ນະທີ່ນີ້, ນາຍົກລັດຖະມົນຕີສາມທ່ານໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍກໍຄືການຮ່ວມມືສາມຝ່າຍ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເຫັນດີເປັນເອກະພາບສ້າງບາດກ້າວບຸກທະລຸໃນການຮ່ວມສຳພັນເສດຖະກິດ, ລະບົບສະໜອງ, ເຊື່ອມຕໍ່ຄົມມະນາຄົມ, ເປີດຖ້ຽວບິນໂດຍກົງລະຫວ່າງບັນດານະຄອນໃຫຍ່ຕື່ມອີກ, ເຊື່ອມຕໍ່ດ້ານພະລັງງານ, logistics ແລະ ການຄ້າຂ້າມຊາຍແດນ. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ຫັນລະບຽບການເຂົ້າ - ອອກເມືອງເປັນງ່າຍດາຍ ແລະ ຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ; ຍູ້ແຮງການໂຄສະນາກ່ຽວກັບຜົນງານການຮ່ວມມື ແລະ ສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສາມປະເທດ, ສາມຊາດ; ສົມທົບກັນຈັດບັນດາເຫດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 65 ປີ; ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 60 ປີ ໃນປີ 2027; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີ 3 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສາຍພົວພັນສາມັກຄີອັນໜຽວແໜ້ນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສາມປະເທດ ກໍຄືຍູ້ແຮງການຮ່ວມມືກັບບັນດາປະເທດ ອາຊຽນ ອື່ນໆ; ຢັ້ງຢືນຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຍາມໃດກໍໃຫ້ບຸລິມະສິດແກ່ການເພີ່ມພູນຄູນສ້າງ, ຊຸກຍູ້ສາຍພົວພັນລະຫວ່າງສາມປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
ກໍໃນວາລະເຮັດວຽກ, ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ໄດ້ຢັ້ງຢືນຈະໃຫ້ການຮ່ວມມືກັບທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ນຳສາຍພົວພັນສາມປະເທດໃຫ້ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
ລ້າຍຮວາ





