ບັນດາການນຳບັນດາປະເທດສຶບຕໍ່ສົ່ງໂທລະເລກ ແລະ ສານອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມຄົບຮອບ 74 ປີ
10/09/2019 07:47
(VOVWORLD) - ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 74ປີ (2/9/1945-2/9/2019), ການນຳ ບັນດາປະເທດສາທາລະນະລັດນິກາຣາກວາ, ສາທາລະນະລັດປານາມາ, ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈອ້ງ.

ທ່ານປະທານພັກກອມມູນິດຈິເລ Guillermo Taillier del Valle ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈອ້ງ. ໃນໂອກາດນີ້, ທ່ານ Jorge Arreaza ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດໂບລິີເວຍກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.
TAG
VOV/VOVworld/ໂທລະເລກ/ສານອວຍພອນ
Related
More



.jpg)

