ສຳນັກງານຂອງສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ອາເມລິກາ (CDC) ຢູ່ Atlanta (ພາບ: Reuters) |
ສູນຄວບຄຸມ ແລະ ປ້ອງກັນ, ຕ້ານພະຍາດຕິດແປດອາເມລິກາ (CDC) ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍບ້ວງເງິນເບື້ອງຕົ້ນທີ່ມີມູນຄ່າ 3,9 ລ້ານ USDໃຫ້ແກ່ບັນດາການເຄື່ອນໄຫວກ່ຽວກັບ Covid – 19 ຂອງສູນດັ່ງກ່າວຢູ່ຫວຽດນາມ ເພື່ອໜູນຊ່ວຍວຽກງານປ້ອງກັນ, ກະກຽມ ແລະ ຮັບມື, ລວມມີການເຄື່ອນໄຫວຈຳນວນໜຶ່ງໃນພາກພື້ນ. ບັນດາແຫຼ່ງກຳລັງເບື້ອງຕົ້ນນີ້ ພວມໄດ້ ນຳໃຊ້ເຂົ້າໃນວຽກງານກວດຫາເຊື້ອ, ສຳຫຼວດພື້ນທີ່ຕົວຈິງ, ຕິດຕາມກວດກາ, ວິເຄາະຂໍ້ມູນ ແລະ ຄວບຄຸມການຕິດເຊື້ອ.






