ການຖະແຫຼງດັ່ງກ່າວໂດຍກະຊວງການຄ້າ ຈີນ ໄດ້ຍົກອອກມາໃນເວລາຕອບຄຳຖາມຂອງສື່ມວນຊົນກ່ຽວກັບເລື່ອງປະເທດສະມາຊິກ ອີຢູ ຈຳນວນໜຶ່ງ ພວມຮຽບຮຽງເອກະສານລວມ, ຮຽກຮ້ອງໃຫ້ຄະນະກຳມະການ ເອີລົບ ນຳໃຊ້ບັນດາມາດຕະການສຳລັບວິສາຫະກິດ ຫຼື ຜະລິດຕະພັນຂອງ ຈີນ.
ໂຄສົກຂອງກະຊວງການຄ້າ ຈີນ ໃຫ້ຮູ້ວ່າ: ປະຈຸບັນ, ຈີນ ແລະ ອີຢູ ພວມດຳເນີນການໂອ້ລົມສົນທະນາຜ່ານກົນໄກທາບທາມຄຳເຫັນກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ເພື່ອແນໃສ່ຊອກຫາມາດຕະການໃຫ້ສຳລັບບັນດາຄວາມວິຕົກວັງວົນຂອງແຕ່ລະຝ່າຍ. ຈີນ ໃຫ້ຮູ້ວ່າ: ຈະຕິດຕາມບັນດາການກະທຳຕໍ່ໄປຂອງ ອີຢູ ຢ່າງໃກ້ຊິດ ແລະ ຢຶດໝັ້ນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຂະແໜງອຸດສາຫະກຳພາຍໃນປະເທດ.





