ຕອນ​ຄ່ຳ​ວັນ​ທີ 1 ຕຸ​ລາ, ສື່ມວນ​ຊົນ ​ອີ​ຣານ​ ໄດ້​ລົງ​ຂ່າວ​ວ່າ ມີ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂະ​ໜາດ​ໃຫຍ່​ລຳ​ໜຶ່ງ​ຖືກ​ບຸກ​ໂຈມ​ຕີ ແລະ ເກີດໄຟ​ໄໝ້​ຢູ່​ເຂດ​ຊ່ອງ​ແຄ​ບ​ທະ​ເລ Hormuz - ເສັ້ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ຍຸດ​ທະ​ສາດ​ຂອງ​ໂລກ.

ພາ​ຫະ​ນະ​ຖືກ​ບຸກ​ໂຈມ​ຕີ​ແມ່ນ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂະ​ໜາດ​ໃຫຍ່ ​ສາ​ມາດບັນທຸກ​ນ້ຳ​ມັນດິບໄດ້​ເຖິງ 2,5 ລ້ານ​ຖັງ. ກຳ​ປັ່ນ​ຖືກ​ບຸກ​ໂຈມ​ຕີ​ເມື່ອຢູ່​ຫ່າງ​ຈາກ​ຝັ່ງ​ທະ​ເລ​ຂອງ ໂອ​ມານ ​ປະ​ມານ 8 ກີ​ໂລ​ແມັດ, ໃນເສັ້ນ​ທາງທີ່ບໍ່ແມ່ນຂອງ ​ອີ​ຣານ​ ອະ​ນຸ​ຍາດ. ບັນ​ດາ​ຂ່າວ​ຄາວ​ທີ່​ກ່ຽວ​ຂ້ອງ​ຄື ສັນ​ຊາດ​ຂອງ​ກຳ​ປັ່ນ ແລະ ສະ​ພາບ​ການ​ຂອງ​ລູ​ກ​ເຮືອ ແມ່ນ​ບໍ່​ໄດ້​ເຕື້ອງ​ເຖິງ. ບັນ​ດາ​ແຫຼ່ງ​ຂ່າວ​ອື່ນ​ກໍ່​ບໍ່​ເວົ້າ​ຈະ​ແຈ້ງ​ຈຸດ​ເວ​ລາ​ບຸກ​ໂຈມ​ຕີ ແລະ ກຳ​ປັ່ນບັນທຸກ​​ນ້ຳ​ມັນ​ລຳ​ດັ່ງ​ກ່າວ​ໄດ້​ບັນທຸກ​ນ້ຳມັນ​ໄປ​ນຳ​ຫຼື​ບໍ່.

ສ່ວນ​ຝ່າຍ​ອາ​ເມ​ລິ​ກາ, ວັນ​ທີ 1 ຕຸ​ລາ ໜັງ​ສື​ພິມ The Wall Street Journal ໄດ້​ລົງ​ຂ່າວ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ພວມ​ກະ​ກຽມ​ຜັນ​ຂະ​ຫຍາຍ​ກຸ່ມ​ສູ້​ຮົບ​ເຮືອບັນທຸກເຮືອບິນ​ລຳ​ທີ 3 ໄປ​ຍັງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຈັດ​​ນັກ​ຮົບ 9.000 – 10.000 ຄົນຕື່ມ​ອີກ.