ວັນທີ 1 ຕຸລາ, ເຈົ້າໜ້າທີ່ຂັ້ນສູງ ສປຊ ໄດ້ກ່າວເຕືອນວ່າ ເລື່ອງແກ່ຍາວສະພາບການຂາດວັກຂາດຕອນການເຄື່ອນໄຫວຂົນສົ່ງປຸ໋ຍຜ່ານຊ່ອງແຄບທະເລ Hormuz, ອາດສາມາດກໍ່ຜົນຕາມມາທີ່ຮ້າຍແຮງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.
ກ່າວຄຳເຫັນຕໍ່ກຳມາທິການພົວພັນຕ່າງປະເທດ ຂອງລັດຖະສະພາເອີລົບ ຢູ່ນະຄອນ Brussels, ແບນຊິກ, ທ່ານ Jorge Moreira da Silva ຮອງເລຂາທິການໃຫຍ່ ສປຊ ທັງເປັນຫົວໜ້າກຸ່ມຮັກຜິດຊອບສະເພາະຂອງ ສປຊກ່ຽວກັບຊ່ອງແຄບທະເລ Hormuz, ເນັ້ນໜັກວ່າ ໃນຕົວຈິງ, ສະພາບການຂາດວັກຂາດຕອນການຂົນສົ່ງຜ່ານຊ່ອງແຄບທະເລ Hormuz ໄດ້ກໍ່ຜົນກະທົບຕໍ່ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານໃນທົ່ວໂລກ. ຖ້າສະພາບການນີ້ບໍ່ໄດ້ຮັບການປັບປຸງ, ຜົນຕາມມາຈະຮ້າຍແຮງທີ່ສຸດ, ພິເສດແມ່ນສຳລັບບັນດາປະເທດພວມພັດທະນາ ແລະ ອີງໃສ່ສ່ວນຫຼາຍເຂົ້າໃນແຫຼ່ງສະໜອງປຸ໋ຍຈາກເຂດອ່າວ. ຕາມນັ້ນແລ້ວ, ມີປະຊາຊົນນັບລ້ານຄົນອາດສາມາດຂາດຄວາມໝັ້ນຄົງດ້ານສະບຽງອາຫານ ຍ້ອນການຂາດວັກຂາດຕອນໃນການຂົນສົ່ງຜ່ານຊ່ອງແຄບທະເລ Hormuz.





