​ເກີດເຫດ​ຫິມະ​ຖະຫຼົ່ມລົງທັບເຕັ້ນ​ເມື່ອກຳມະກອນ​​ກຳ​ລັງ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ນັກ​ປິນ​ເຂົາຕ່າງ​ປະ​ເທດ​ຢູ່​ເຂດ​ພາກ​ກາງ​ ເນ​ປານ ໄດ້​ເຮັດ​ໃຫ້​ກຳ​ມະ​ກອນ​ຢ່າງ​ໜ້ອຍ​ສຸດ 15 ຄົນເສຍ​ຊີ​ວິດ ແລະ 1 ຄົນ​ຫາຍ​ສາບ​ສູນ. ເຫດ​ການ ​ເກີດ​ຂຶ້ນ​ໃນ​ວັນ​ທີ 1 ຕຸ​ລາ ຢູ່​ເຂດ​ພູ Himlung Himal, ສູງກວ່າ 7.000 ແມັດ ຂຶ້ນ​ກັບ​ເມືອງ Manang, ເຊິ່ງ​ແມ່ນ​ບ່ອນ​ບັນ​ດາ​ກຳ​ມະ​ກອນ​ຂອງ ​ເນ​ປານ ພວມ​ສ້າງ​ຕູບ ແລະ ມັດ​ເຊືອກ. ຈຸດເວລາທີ່​​ເກີດ​ເຫດ​ການ, ບັນ​ດາ​ນັກ​ປິນ​​ເຂົາ​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ມາ​ສະ​ຖານ​ທີ່ແຫ່ງ​ນັ້ນ.