ພ້ອມກັນນັ້ນ, ຮັບປະກັນບັນດາການເຄື່ອນໄຫວຂຸດຄົ້ນທາງທະເລບໍ່ສົ່ງຜົນກະທົບຕໍ່ກຳລັງຄວາມສາມາດໃນການປ້ອງກັນຊາດ. ນີ້ແມ່ນຄຳເນັ້ນໜັກຂອງທ່ານພົນເຮືອຕີ ຟ້າມມິນຕວນ, ຮອງຜູ້ບັນຊາການກອງທັບເຮືອ, ກະຊວງປ້ອງກັນປະເທດ ຫວຽດນາມ, ໃນການນຳສະເໜີບົດປະກອບຄຳເຫັນທີ່ເວທີປາໄສທະເລ ຫວຽດນາມ 2026 ດ້ວຍຫົວຂໍ້ "ການຮ່ວມມື ແລະ ການເຊື່ອມໂຍງເຂົ້າກັບສາກົນໃນການສ້າງ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງທາງດ້ານທະເລ", ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 02 ຕຸລາ, ຢູ່ ຮ່າໂນ້ຍ. ຕາມທ່ານພົນເຮືອຕີ ຟ້າມມິນຕວນ ແລ້ວ, ການພັດທະນາເສດຖະກິດທາງທະເລ, ພ້ອມກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລ້ວ, ກໍ່ຍັງຕ້ອງຍູ້ແຮງການພົວພັນຕ່າງປະເທດດ້ານປ້ອງກັນຊາດອີກດ້ວຍ.
ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ທ່າແຮງສະເພາະຂອງການກົວພັນຕ່າງປະເທດດ້ານປ້ອງກັນຊາດທາງທະເລ, ສຸມໃສ່ບັນດາຂົງເຂດການຮ່ວມມືແທດຈິງ, ຄື: ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລ, ການຊອກຫາກູ້ໄພກູ້ຊີບ, ການຕ້ານອາດຊະຍາກຳຂ້າມຊາດ, ການປົກປັກຮັກສາສິ່ງແວດລ້ອມ... ຜ່ານນັ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ສະກັດກັ້ນ, ໄກເກ່ຍປອງດອງບັນດາຄວາມສ່ຽງປະທະກັນທີ່ຈະເກີດຂຶ້ນ, ສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.
ໂດຍເຫັນດີຕໍ່ທັດສະນະດັ່ງກ່າວ, ທ່ານຮອງສາດສະດາຈານ, ປະລິນຍາດອກ. ຫງວຽນຈູໂຮ່ຍ, ປະທານສະມາຄົມປົກປັກປັກສາສິ່ງແວດລ້ອມທາງທະເລ, ອະດີດຮອງຫົວໜ້າກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ, ໃຫ້ຮູ້ວ່າ:
ເປັນເຈົ້າທະເລຕ້ອງເລີ່ມຈາກເລື່ອງທີ່ວ່າ ພວກເຮົາຕ້ອງຕັດສິນໃຈຕາມ 4 ເສົາຄ້ຳຫຼັກເພື່ອເຮັດໃຫ້ ຫວຽດນາມ ກາຍເປັນປະເທດມີຄວາມເຂັ້ມແຂງທາງດ້ານທະເລ. ທີໜຶ່ງ, ຕ້ອງເຂັ້ມແຂງໃນລະບອບລະບຽບການ. ທີສອງ, ຕ້ອງເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີທາງທະເລ. ທີສາມ, ພວກເຮົາຕ້ອງມີເສດຖະກິດ ທະເລທີ່ເຂັ້ມແຂງ, ສີຂຽວ ແລະ ຍືນຍົງ. ແລະ ທີສີ່, ຕ້ອງເຂັ້ມແຂງດ້ານຄວາມໝັ້ນຄົງ, ປ້ອງກັນປະເທດຊາດ.







