VOV WorldVOV World
ຈີນ ຢຸດການຊື້ຜະລິດຕະພັນກະເສດ ອາເມລິກາ ຊົ່ວຄາວ
06/08/2019 10:09
(VOVWORLD) - ວັນທີ 06 ສິງຫາ, ກະຊວງການຄ້າ ຈີນ ປະກາດວ່າ ບັນດາວິສາຫະກິດປະເທດນີ້ ໄດ້ຢຸດການຊື້ຜະລິດຕະພັນກະເສດຂອງ ອາເມລິກາ, ພ້ອມກັນນັ້ນ ປັກກິ່ງ ອາດຈະຈັດວາງອັດຕາພາສີນຳເຂົ້າເພີ່ມເຕີມສຳລັບຜະລິດຕະພັນກະເສດຂອງ ວໍຊິງຕັນ ເຊິ່ງໄດ້ຈອງຊື້ພາຍຫລັງວັນທີ 03 ສິງຫາ.
ຈີນ ຢຸດການຊື້ຜະລິດຕະພັນກະເສດ ອາເມລິກາ ຊົ່ວຄາວ
ການກະທຳຂອງ ຈີນ ສະແດງໃຫ້ເຫັນຄວາມເຄັ່ງຕຶງໃໝ່ສຸດໃນສົງຄາມການຄ້າກັບ ອາເມລິກາ ພາຍຫລັງ ວໍຊິງຕັນ ຈັດ ຈີນ ເຂົ້າໃນບັນຊີລາຍຊື່ປະເທດຄອບງຳເງິນຕາຢ່າງເປັນທາງການ ແລະ ກ່າວຫາ ປັກກິ່ງ ເຮັດໃຫ້ສະກຸນເງິນຢວນຕົກຄ່າ ເມື່ອສົງຄາມການຄ້າລະຫວ່າງ 2 ຝ່າຍປີນຂັ້ນໄດ.
TAG
VOV/VOVworld/ຈີນ/ຜະລິດຕະພັນກະເສດ/ອາເມລິກາ/ຊົ່ວຄາວ