VOV WorldVOV World
ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ບັນດາ ສສຊ
13/06/2012 08:57
ສະພາ​ແຫ່ງ​ຊາດ​ດຳເນີນວາລະ​ຊັກ​ຖາມຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຕໍ່​ບັນດາ​ສະມາຊິກ​ລັດຖະບານ​
ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ບັນດາ ສສຊ
(vovworld) - ຕອນ​ເຊົ້າ​ວັນທີ່ 13/6, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Nguyen Sinh Hung ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ສະພາ​ແຫ່ງ​ຊາດ​ດຳເນີນວາລະ​ຊັກ​ຖາມຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຕໍ່​ບັນດາ​ສະມາຊິກ​ລັດຖະບານ​ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ພວມ​ສົນ​ໃຈ. ສະມາຊິກ​ລັດຖະບານ 5 ທ່ານ ​ເຂົ້າ​ຮ່ວມ​ການ​ຕອບ​ຄຳ​ຊັກ​ຖາມ ນັ້ນ​ແມ່ນ: ທ່ານ Nguyen Xuan Phuc ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ 4 ທ່ານ. ວັນທີ່ 13/6, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ Bui Quang Vinh ​ແລະ ທ່ານລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ  Nguyen Minh Quang ​ໄດ້ຕອບ​ຄຳ​ຊັກ​ຖາມ​ຂອງ ສສຊ.         ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສສຊ ​ເມື່ອ​ຊັກ​ຖາມທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ Bui Quang Vinh. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ລັດຖະມົນຕີ​ Bui Quang Vinh ​ໃຫ້​ຮູ້​ວ່າ.
TAG
ຊັກຖາມ