ອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11
15/05/2012 11:06
ຕອນເຊົ້າວັນທີ 15/5, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 9 ວັນ
(vovworld) - ຕອນເຊົ້າວັນທີ 15/5, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 9 ວັນ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ເຮັດໃຫ້ຈະແຈ້ງບາງບັນຫາ ແລະ ສະຫຼຸບໂດຍສັງເຂບບັນດາໝາກຜົນສຳຄັນເຊິ່ງກອງປະຊຸມບັນລຸໄດ້. ກ່ຽວກັບການສະຫຼຸບ, ປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992, ທ່ານເລຂາທິການໃຫຍ່ Nguyen Phu Trong ເນັ້ນໜັກວ່າ: ນີ້ແມ່ນເນື້ອໃນໃຫຍ່, ມີຄວາມສຳຄັນພິເສດຂອງກອງປະຊຸມຄັ້ງນີ້. ກ່ຽວກັບວິວັດການປັບປຸງລັດຖະທຳມະນູນ, ກອງປະຊຸມໄດ້ເຫັນດີເປັນເອກະສັນກັນວ່າ: ຄວນດຳເນີນຢ່າງແໜ້ນແຟ້ນ, ມີວິທະຍາສາດ, ໂດຍພາຍໃຕ້ການນຳພາຂອງພັກ ແລະ ຈັດຕັ້ງຢັ້ງຄວາມເຫັນຈາກປະຊາຊົນຢ່າງກ້ວາງຂວາງ ກ່ຽວກັບບັນດາເນື້ອໃນປັບປຸງ, ເພື່ອໃຫ້ສະພາແຫ່ງຊາດມີພື້ນຖານຢ່າງຄົບຖ້ວນເພື່ອພິຈາລະນາ, ຕັດສິນ. ກ່ຽວກັບການສ້າງກົດໝາຍວ່າດ້ວຍທີ່ດິນໃຫ້ສົມບູນແບບ, ກອງປະຊຸມສືບຕໍ່ຢືນຢັນວ່າ: ທີ່ດິນແມ່ນຂຶ້ນກັບການຄອບຄອງຂອງທົ່ວປວງຊົນ ໂດຍລັດຕາງໜ້າເຈົ້າຂອງກຳມະສິດ ແລະ ເປັນເອກະສັນກັນໃນການຄຸ້ມຄອງ. ສິດນຳໃຊ້ທີ່ດິນກໍແມ່ນຊັບສິນປະເພດໜຶ່ງ ແລະ ເປັນສິນຄ້າພິເສດແຕ່ບໍ່ແມ່ນກຳມະສິດ. ກອງປະຊຸມຖືວ່າ: ຄວນຄົ້ນຄ້ວາປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນ ແລະ ສ້າງກົດໝາຍວ່າດ້ວຍທີ່ດິນໃຫ້ສົມບູນແບບ. ເພື່ອແກ້ໄຂບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍທີ່ຍັງຄົງຄ້າງໃນປະຈຸບັນໂດຍໄວ, ຮັບປະກັນຜົນປະໂຫຍດໃນຕໍ່ໜ້າ ແລະ ຍາວນານ, ປົກປັກຮັກສາສະພາບແວດລ້ອມຊີວະພາບ, ສືບຕໍ່ປະຕິບັດການມອບດິນ, ໃຫ້ບັນດາຄອບຄົວ, ສ່ວນບຸກຄົນເຊົ່າດິນກະສິກຳໂດຍມີກຳນົດເວລາ ແຕ່ວ່າອາດຈະແກ່ຍາວກຳນົດເວລາຕື່ມອີກ ເພື່ອສົ່ງເສີມຊາວກະສິກອນຜູກພັນກັບການຜະລິດກະສິກຳ.
TAG
ຄະນະບໍລິຫານງານສູນກາງພັກ/ອັດກອງປະຊຸມ
Related





