(ພາບ: quochoi.vn)
ພາຍຫຼັງຈາກເຮັດວຽກເປັນເວລາ 6 ມື້, ຕອນເຊົ້າວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ ຄະນະປະຈຳສະພາແຫ່ງຊາດຈັດພິທີອັດວາລະປະຊຸມເທື່ອທີ 6. ໃນບົດກ່າວປາໄສອັດກອງປະຊຸມ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ບັນດາອົງການຮີບເຮັງຮັບເອົາຄຳຄິດເຫັນທີ່ໄດ້ເປັນເອກະພາບທີ່ວາລະປະຊຸມ, ສ້າງບັນດາເນື້ອໃນໃຫ້ສົມບູນແບບ, ໂດຍສະເພາະແມ່ນຮ່າງກົດໝາຍສະບັບຕ່າງໆ.
"ຂ້າພະເຈົ້າໃສ່ໃຈເປັນພິເສດຕໍ່ຄວາມຮຽກຮ້ອງກວດກາຄືນຄວາມເປັນເອກະພາບ, ຄົບຊຸດລະຫວ່າງບັນດາຮ່າງກົດໝາຍ, ໂດຍສະເພາະແມ່ນໃນສະພາບການ ການແກ້ໄຂ, ເພີ່ມເຕີມພ້ອມດຽວກັນຫຼາຍຂໍ້ກຳນົດທີ່ກ່ຽວຂ້ອງໂດຍກົງເຊິ່ງກັນ ແລະກັນ. ແຕ່ລະຮ່າງກົດໝາຍຕ້ອງຖືກຈັດໃນລະບົບກົດໝາຍລວມ; ກວດກາຄືນບັນດາຂໍ້ກຳນົດມີສ່ວນກ່ຽວຂ້ອງເຊິ່ງກັນແລະກັນ, ກ່ຽວຂ້ອງກັນຢ່າງລະອຽດເພື່ອຮັບປະກັນວ່າ ເມື່ອປັບປຸງລະບຽບຂໍ້ກຳນົດນີ້ບໍ່ປະໃຫ້ເກີດມີຊ່ອງຫວ່າງ, ທັບຊ້ອນກັນ ຫຼື ມີຄວາມເຂົ້າໃຈທີ່ແຕກຕ່າງກັນໃນວິວັດການປະຕິບັດ."
ກ່ອນໜ້ານັ້ນ, ຕອນເຊົ້າຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ.






