ໃນເດືອນ ກັນຍາ ປີ 2026, ລາຍຮັບຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນ ກັນຍາ 2026, ຈັດຂຶ້ນໃນຕອນເຊົ້າ ວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ.
ພ້ອມກັບການເຕີບໂຕຂອງອຸດສາຫະກຳເຕັກໂນໂລຊີດີຈີຕອນ, ເດືອນກັນຍາ 2026, ລາຍຮັບຈາກການບໍລິການໄປສະນີກໍ່ໄດ້ເພີ່ມຂຶ້ນ 22%. ສິ່ງທີ່ໜ້າສົນໃຈແມ່ນໃນເດືອນ ກັນຍາ 2026 ໄດ້ຮັບຮູ້ໃບປະກາດສາກົນຂອງ ຫວຽດນາມ 3.131 ສະບັບໃນຖານຂໍ້ມູນ Scopus. ທ່ານ ເລວັນຈູງ, ຜູ້ຕາງໜ້າກົມໄປສະນີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ), ໃຫ້ຮູ້ວ່າ:
"ປະຈຸບັນ, ຈຳນວນວິສາຫະກິດໄປສະນີໄດ້ເພີ່ມຂຶ້ນຈາກ 40 ຂຶ້ນເປັນ 710 ແຫ່ງ, ໝາຍຄວາມວ່າໄດ້ເພີ່ມຂຶ້ນເກືອບ 18 ເທົ່າ. ປະລິມານການສົ່ງອອກຂອງໄປສະນີໄດ້ເພີ່ມຂຶ້ນຈາກ 310 ລ້ານໃບຂຶ້ນກວ່າ 5 ຕື້ໃບ, ໝາຍຄວາມວ່າໄດ້ເພີ່ມຂຶ້ນກວ່າ 15 ເທົ່າ. ການພັດທະນານີ້ບໍ່ພຽງແຕ່ໄດ້ປ່ຽນແປງຂອບເຂດຂອງຕະຫຼາດເທົ່ານັ້ນ ຫາກຍັງປ່ຽນແປງທັງວິທີການຈັດຕັ້ງ ແລະ ສະໜອງບໍລິການອີກດ້ວຍ. ຈາກນັ້ນໄດ້ວາງອອກຄວາມຮຽກຮ້ອງຕ້ອງປ່ຽນແປງໃໝ່ໃນການຄຸ້ມຄອງລັດກ່ຽວກັບໄປສະນີ."
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ໃຫ້ຮູ້ວ່າ ຈະຍູ້ແຮງການອະນຸມັດ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາໜ້າທີ່ດ້ານເຕັກໂນໂລຊີຍຸດທະສາດ, ໃຫ້ບຸລິມະສິດບັນດາໜ້າທີ່ຂອບເຂດລະຫວ່າງເຂດ, ມີຜະລິດຕະພັນ ແລະ ສະຖານທີ່ສະໜອງຢ່າງຈະແຈ້ງ.








