​ວັນ​ທີ 28 ກັນ​ຍາ​, ທ່ານ Fuad Hussein, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣັກ ໃຫ້​ຮູ້​ວ່າ​: ອາ​ເມລິ​ກາ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ຖອນ​ທະ​ຫານ​ອອກ​ຈາກ​ປະ​ເທດ​ນີ້​, ຕາມ​ຂໍ້​ຕົກ​ລົງ​ລະ​ຫວ່າງ ແບດ​ແດດ ແລະ ວໍ​ຊິງ​ຕັນ​. ແຈ້ງ​ການ​ນີ້​ໄດ້​ອອກ​ມາ​ກ່ອນ 2 ວັນຂອງ​ເວລາທີ່​ຄາດ​ໄວ້​ແມ່ນ​ວັນ​ທີ 30 ກັນ​ຍາ​, ເພື່ອ​ໃຫ້ຖອນ​ທະ​ຫານ ອາ​ເມລິ​ກາ ທີ່ຍັງ​ເຫຼືອ​ ແລະ ສິ້ນ​ສຸດ​ພາ​ລະ​ກຳ​ການ​ທະ​ຫານ​ຂອງ​ສະ​ຫະ​ພັນ​ຕ້ານ​ກໍ່​ການ​ຮ້າຍ​ສາ​ກົນ ​ໂດຍ ອາ​ເມລິ​ກາ ນຳ​ໜ້າ​ຢູ່ ອີ​ຣັກ​.

​ໃນ​ຂະ​ນະ​ນັ້ນ​, ວັນ​ທີ 29 ກັນ​ຍາ​, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອີ​ຕາ​ລີ ໄດ້​ປະ​ກາດ​ວ່າ ປະ​ເທດ​ນີ້​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ຖອນ​ທະ​ຫານ​ອອກ​ຈາກ ອີ​ຣັກ​, ຢຸດ​ຕິ​ການ​ມີ​ໜ້າ​ດ້ານ​ການ​ທະ​ຫານທີ່​ແກ່​ຍາວ​ເປັນ​ເວລາ 12 ປີ​ຢູ່ ອີ​ຣັກ​. ພ້ອມ​ນັ້ນ​, ກໍ່ຖື​ວ່າ ເລື່ອງ​ຖອນ​ທະ​ຫານ​ເປັນ​ຂີດ​ໝາຍ​ໃຫ້​ແກ່​ບາດກ້າວ​ຫັນ​ປ່ຽນ ມຸ່ງ​ໄປ​ເຖິງ​ເລື່ອງ ອີ​ຣັກ ຕ້ອງມີຄວາມ​ຮັບ​ຜິດ​ຊອບ​ເອງ​ຫຼາຍ​ກວ່າໃນການປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ນີ້​.