ວັນທີ 29 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດວາລະສົນທະນາຄົບຄະນະຂັ້ນສູງເນື່ອງໃນໂອກາດສະເຫຼີມສະຫຼອງ ແລະ ຊຸກຍູ້ວັນສາກົນກ່ຽວກັບການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊີງ.
ກ່າວຄຳເຫັນທີ່ວາລະສົນທະນາ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ບັນດາປະເທດກຳມະສິດອາວຸດນິວເຄຼຍຕ້ອງຮັກສາການໂອ້ລົມສົນທະນາເພື່ອຫຼຸດຜ່ອນຄວາມສ່ຽງດ້ານນິວເຄຼຍ, ເພີ່ມທະວີຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ, ຜ່ານນັ້ນ ກໍ່ປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນເພື່ອມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊີງ. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດກຳມະສິດອາວຸດ ນິວເຄຼຍລົງນາມ ແລະ ໃຫ້ສັດຕະຍາບັນອະນຸສັນຍາຂອງສົນທິສັນຍາວ່າດ້ວຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລະ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມພະຍາຍາມສາກົນເພື່ອຊຸກຍູ້ການປອດ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍ.






