ເຫດການຍິງປືນຢູ່ລັດ Mississippi, ອາເມລິກາ, ເຮັດໃຫ້ 6 ຄົນເສຍຊີວິດ
11/01/2026 13:50
(VOVWORLD) - ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point...

ວັນທີ 10 ມັງກອນ, ເທດສະບານ West Point, ທາງທິດຕາເວັນອອກລັດ Mississippi ປະເທດອາເມລິກາ ຖືກສັ່ນສະເທືອນຍ້ອນເຫດການຍິງປືນຢູ່ຫຼາຍສະຖານທີ່ ຊື່ງເຮັດໃຫ້ 6 ຄົນເສຍຊີວິດ. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໃສໃນວັນດຽວກັນໂດຍທັນທີ ແລະ ພວມສືບສວນຫາເສຍເຫດ. ທ່ານ Eddie Scott ຫົວໜ້າຕຳຫຼວດບ້ານ Clay ໄດ້ເອົາລົງບົດຂຽນໃນສື່ສັງຄົມ Facebook ໂດຍໃຫ້ຮູ້ວ່າ: ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point, ມໍ່ກັບເຂດຊາຍແດນກັບລັດ Alabama. ທ່ານ Scott ຢືນຢັນວ່າ ຜູ້ຖືກສົງໃສໄດ້ຖືກຈັບຕົວແລ້ວ ແລະ ບໍ່ມີບໍ່ວ່າໄພນາບຂູ່ໃດໆສຳລັບເຂດຊຸມຊົນ. ອົງການປະຕິບັດກົດໝາຍພວມຕັ້ງໜ້າສືບສວນ ແລະ ຈະອັບເດັດຂໍ້ມູນຂ່າວໂດຍໄວ.
TAG
VOV/VOVworld/ເຫດການບິງປືນຢູ່ລັດ Mississippi/ອາເມລິກາ/ເຮັດໃຫ້ 6 ຄົນເສຍຊີວິດ/ເທດສະບານ West Point/
Related






