VOV WorldVOV World
ເຫດລະ​ເບ​ີດໂບດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີ​ວິດ​ ແລະ ​ຮັບ​ບາດ​ເຈັບ ເກືອບ 200 ຄົນ
31/01/2023 07:20
(VOVWORLD) -ວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shebaz Sharif ຖືວ່າ ເຫດລະເບີດໂບດ ຢູ່ນະຄອນ Peshawar, ແຂວງ Khyber Pakhtunkhwa ຢູ່ພາກຕາເວັນຕົກສ່ຽງເໜືອ ປາກິດສະຖານ ແມ່ນເຫດບຸກໂຈມຕີ ສະຫຼະຊີບ ແລະ ຢັ້ງຢືນວ່າ ຕົວການຈະຖືກດັບສູນ.
ເຫດລະ​ເບ​ີດໂບດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີ​ວິດ​ ແລະ ​ຮັບ​ບາດ​ເຈັບ ເກືອບ 200 ຄົນ
ຕາມຂໍ້ມູນຫຼ້າສຸດ, ຈຳນວນຜູ້ເສຍຊີວິດໃນເຫດລະເບີດດັ່ງກ່າວໄດ້ເພີ່ມຂຶ້ນ 47 ຄົນ ແລະ ມີຜູ້ຖືກບາດເຈັບ 150 ຄົນ. ໃນເວລາເກີດເຫດ, ມີປະຊາຊົນປະມານ 260 ຄົນພວມເຂົ້າຮ່ວມພີທີພາວະນາ ຢູ່ໂບດ, ໃນນັ້ນມີພະນັກງານຕຳຫຼວດຫຼາຍຄົນ. ສ່ວນໜຶ່ງຂອງໂບດຖືກຟັງທະລາຍ. ປັດຈຸບັນ, ຍັງຫຼາຍຄົນຖືກຕິດຄ້າງຢູ່ໃຕ້ເຂດຊາກພັງທະລາຍ. ຢູ່ສັງຄົມອອນໄລ Twitter, Sarbakaf Mohmand, ຜູ້ບັນຊາການທ່ານໜຶ່ງຂອງ ກຳລັງ ຕາລີບານ ຢູ່ ປາກິດສະຖານ, ໄດ້ກ່າວຮັບຜິດຊອບວ່າແມ່ນຜູ້ກໍ່ເຫດບຸກໂຈມຕີທີ່ນອງເລືອດດັງກ່າວ. ພາຍຫຼັງເຫດລະເບີດ, ບັນດາແຂວງໃນທົ່ວປາກິດສະຖານ ໄດ້ປະກາດສະພາບການກ່າວເຕືອນຢູ່ລະດັບສູງ, ຕາມນັ້ນແລ້ວ ເພີ່ມທະວີບັນດາປ້ອມຄວບຄຸມ, ຜັນຂະຫຍາຍການເພີ່ມຕື່ມກຳລັງປ້ອງກັນຄວາມໝັ້ນຄົງ. ຢູ່ນະຄອນຫຼວງ Islamabad, ບັນດາມືປຶນ ໄດ້ຈັດແບ່ງ ຢູ່ຕາມອາຄານຫຼັງຕ່າງໆ ແລະ ບັນດາເສັ້ນທາງເຂົ້າອອກເມືອງ.
TAG
VOV/VOVworld/ເຫດ​ລະ​ເບີດ/ປາ​ກິດ​ສະ​ຖານ