VOV WorldVOV World
ເຫດຖີ້ມ​ລະ​ເບີດ​ໃສ່​ລົດ​ຕຳຫຼວດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ
13/01/2026 09:23
(VOVWORLD) - ຕາມຕຳຫຼວດທ້ອງຖິ່ນແລ້ວ, ມີອຸປະກອນລະເບີດທີ່ໄດ້ບັນຊາແຕ່ໄກ ໄດ້ລະເບີດຂຶ້ນໃກ້ກັບລົດຕຳຫຼວດຢູ່ເຂດ Gomal, ເມືອງ Tank, ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດຢູ່ກັບທີ, ໃນຂະນະນັ້ນມີອີກ 2 ຄົນກໍບໍ່ສາມາດລອດຕາຍ ພາຍຫຼັງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ.
ເຫດຖີ້ມ​ລະ​ເບີດ​ໃສ່​ລົດ​ຕຳຫຼວດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ
ວັນທີ 12 ມັງກອນ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີຕຳຫຼວດ 7 ຄົນ ເສຍຊີວິດໃນເຫດຖີ້ມລະເບີດແບບມີຈຸດປະສົງ ເລັ່ງໃສ່ລົດຕຳຫຼວດຢູ່ແຂວງ Khyber Pakhtunkhwa, ເຂດຕາເວັນຕົກສ່ຽງເໜືອປະເທດນີ້. ຕາມຕຳຫຼວດທ້ອງຖິ່ນແລ້ວ, ມີອຸປະກອນລະເບີດທີ່ໄດ້ບັນຊາແຕ່ໄກ ໄດ້ລະເບີດຂຶ້ນໃກ້ກັບລົດຕຳຫຼວດຢູ່ເຂດ Gomal, ເມືອງ Tank, ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດຢູ່ກັບທີ, ໃນຂະນະນັ້ນມີອີກ 2 ຄົນກໍບໍ່ສາມາດລອດຕາຍ ພາຍຫຼັງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ. ນອກຈາກຈຳນວນຜູ້ປະສົບເຄາະຮ້າຍແມ່ນຕຳຫຼວດແລ້ວ, ເຫດລະເບີດດັ່ງກ່າວ ຍັງເຮັດໃຫ້ປະຊາຊົນຈຳນວນໜຶ່ງຖືກບາດເຈັບ.  ພາຍຫຼັງເຫດການດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບໄດ້ປິດລ້ອມສະຖານທີ່ເກີດເຫດ ແລະ ດຳເນີນການຊອກ ຈັບຕົວບັນດາເປົ້າໝາຍທີ່ກ່ຽວຂ້ອງໃນທັນທີ. ໄລ່ຮອດປັດຈຸບັນ, ຍັງບໍ່ທັນມີອົງການໃດ ຍອມຮັບວ່າໄດ້ກໍ່ເຫດບຸກໂຈມຕີອັນຮ້າຍແຮງນີ້ເທື່ອ.
TAG
VOV/VOVworld/ເຫດຖີ້ມ​ລະ​ເບີດ​/ປາ​ກິດ​ສະ​ຖານ