VOV WorldVOV World
ເອີ​ລົບ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ ແດນ​ມາກ ໃນ​ບັນ​ຫາ Greenland
19/01/2026 09:08
(VOVWORLD) - ວັນທີ 18 ມັງກອນ, ບັນດາປະເທດເອີລົບ ຄັດຄ້ານແຜນການຂອງອາເມລິກາ ຄຸ້ມຄອງ Greenland ໄດ້ອອກຖະແຫຼງການຮ່ວມ, ສະແດງຄວາມສາມັກຄີກັບແດນມາກ ແລະ ປະຊາຊົນຢູ່ເກາະ Greenland.
ເອີ​ລົບ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ ແດນ​ມາກ ໃນ​ບັນ​ຫາ Greenland
ໃນຖະແຫຼງການຮ່ວມ, ແດນມາກ, ແຟນລັງ, ຝລັ່ງ, ເຢຍລະມັນ, ໂຮນລັງ, ນອກແວ, ຊູແອດ ແລະ ອັກງິດ ຢັ້ງຢືນຈະສືບຕໍ່ຮັກສາຄວາມສາມັກຄີ ແລະ ປະສານສົມທົບໃນການປະຕິກິລິຍາຮ່ວມ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປັກຮັກສາອະທິປະໄຕຂອງຕົນ. ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ບັນດາປະເທດສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO), ບັນດາປະເທດນີ້ໃຫ້ຄຳໝັ້ນສັນຍາເພີ່ມທະວີຄວາມໝັ້ນຄົງເຂດຂົ້ນໂລກເໜືອ ເພື່ອຜົນປະໂຫຍດລວມຂອງບັນດາຄູ່ຮ່ວມມືຂ້າມອັດລັງຕິກ. ບັນດາປະເທດ ເອີລົບ ກໍ່ກ່າວເຕືອນວ່າບັນດາໄພນາບຂູ່ດ້ານພາສີອາກອນຈະເຮັດໃຫ້ການພົວພັນຂ້າມອັດລັງຕິກອ່ອນແອລົງ ແລະ ມີຄວາມສ່ຽງພາໄປເຖິງ ເກີດຄວາມຖົດຖອຍທີ່ອັນຕະລາຍ.
TAG
VOV/VOVworld/ເອີ​ລົບ​/ແດນ​ມາກ/Greenland