ຕອນຄ່ຳວັນທີ 29 ພຶດສະພາ, ຢູ່ສິງກະໂປ, ພາຍຫຼັງກ່າວບົດຄຳເຫັນນຳສະເໜີໃນກອງປະຊຸມ Shangri-la ຄັ້ງທີ 23, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕອບຄຳຖາມຂອງບັນດາຜູ້ແທນເຂົ້າຮ່ວມ ກ່ຽວກັບບັນດາການປ່ຽນແປງໃໝ່ຢ່າງແຮງຢູ່ ຫວຽດນາມ ໃນມໍ່ໆມານີ້; ນະໂຍບາຍການຕ່າງປະເທດ ກໍຄື ການເຄື່ອນໄຫວຂອງ ຫວຽດນາມ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ບັນດາການຮັບມືຂອງ ຫວຽດນາມ ສຳລັບວິກິດການດ້ານພະລັງງານ ຍ້ອນເກີດການປະທະກັນ ຢູ່ຕາເວັນອອກກາງ… ເມື່ອຕອບຄຳຖາມຂອງຜູ້ແທນມາຈາກສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ສິງກະໂປ ກ່ຽວກັບການສັບຊ້ອນກົງຈັກລັດໃຫ້ກະທັດລັດ ໄດ້ສົ່ງຜົນກະທົບແນວໃດຕໍ່ບັນດານະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ຮູ້ວ່າ:
“ປັດຈຸບັນ, ຫວຽດນາມ ພວມຜັນຂະຫຍາຍການສັບຊ້ອນກົງຈັດລັດໃຫ້ກະທັດລັດຢ່າງແຮງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ ແລະ ຍົກສູງກຳລັງຄວາມສາມາດບໍລິຫານແຫ່ງຊາດ. ເປົົ້າໝາຍໃຫຍ່ສຸດແມ່ນເພື່ອສ້າງກຳລັງໜູນພັດທະນາໃໝ່, ຍົກສູງກຳລັງແຮງແກ້ງແຍ້ງ ແລະ ກຳລັງແຮງທົນທານຂອງປະເທດ ໃນສະພາບການໂລກມີການຜັນແປຢ່າງວ່ອງໄວ ແລະ ສັບສົນ. ບັນດາສິ່ງເຫຼົ່ານີ້ ບໍ່ສົ່ງຜົນກະທົບຕໍ່ແນວທາງການຕ່າງປະເທດພື້ນຖານຂອງ ຫວຽດນາມ, ຫາກຍັງຊ່ວຍໃຫ້ ຫວຽດນາມ ປະຕິບັດບັນດານະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ກ່ຽວກັບປະເທດ ຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນກວ່າ, ບໍລິຫານມີປະສິດທິຜົນກວ່າ ຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກວ່າ, ມີຄວາມຮັບຜິດຊອບຫຼາຍກວ່າ ຕໍ່ພາກພື້ນ ແລະ ໂລກ.”
ເມື່ອຕອບຄຳຖາມກ່ຽວກັບບັນຫາພັດທະນາວິທະຍາສາດເຕັກໂນໂລຢີຢູ່ ຫວຽດນາມ, ໂດຍສະເພາະແມ່ນປັນຍາປະດິດ ແລະ ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນ ແມ່ນຍິ່ງທ້າທາຍ ຫຼື ໂອກາດ ແລະ ແບບວິທີແກ້ໄຂ, ບໍລິຫານບັນຫານີ້ຂອງ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຖືວ່າ:
“ພວກຂ້າພະເຈົ້າ ເຫັນວ່າ ມີ 3 ກຸ່ມມາດຕະຖານ ເຊິ່ງ ຫວຽດນາມ ຕ້ອງຊຸກຍູ້. ທີໜຶ່ງແມ່ນ ຄວາມຮັບຜິດຊອບ ແລະ ການຄວບຄຸມການປະພຶດຂອງຄົນຕໍ່ກັບບັນດາຂໍ້ຕົກລົງທີ່ຜົນຕາມມາທີ່ສຳຄັນຕໍ່ຄວາມໝັ້ນຄົງ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ. ທີສອງແມ່ນ, ຕ້ອງປ້ອງກັນພື້ນຖານໂຄງລ່າງ ແລະ ພື້ນທີ່ພົນລະເຮືອນ, ໄປຄຽງຄູ່ກັນນັ້ນ ຕ້ອງຫຼີກລ້ຽງບັນດາການກະທຳບຸກໂຈມຕີ ຫຼື ມ້າງທຳລາຍລະບົບຈຸດສຸມ. ທີສາມແມ່ນ ຕ້ອງມີຄວາມໂປ່ງໃສ, ຈະແຈ້ງ, ແບ່ງປັນບັນດາຂໍ້ມູນຂ່າວສານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານການເຈລະຈາ ໂດຍອີງໃສ່ບັນດາຫຼັກການ ສະໝັກໃຈ, ມາດຕະຖານດ້ານເຕັກນິກ ແລະ ຄ່ອຍໆມຸ່ງໄປເຖິງບັນດາຂອບເຂດທີ່ແໜ້ນແຟ້ນກວ່າ ເມື່ອມີຄວາມເຫັນດີເຫັນພ້ອມ ແລະ ການນຳໃຊ້ບັນດາແອັບຟຼີເຄຊັນກ່ຽວກັບວິທະຍາສາດເຕັກໂນໂລຢີ, ໃນນັ້ນ ມີ AI, ເພື່ອຮັບໃຊ້ການຜະລິດດຳເນີນທຸລະກິດ ກໍຄືໃນຂົງເຂດປ້ອງກັນຊາດ, ການທະຫານ, ຄວາມໝັ້ນຄົງ”.

.jpg)
.jpg)

