ຕໍ່​ໜ້າ​ຄວາມ​ສ່ຽງ​ໂລກ​ລະ​ບາດ Ebola ລະ​ເບີດ​​ເກີນ​ລະ​ດັບ​ຄວບ​ຄຸມ​ຢູ່ ສ​ປ. ກົງ​ໂກ, ສາມ​ເສົ​າ​ຄ້ຳ​ໃຫຍ່​ຂອງ​ລະ​ບົບ​ຮັບ​ມື​ມະ​ນຸດ​ສະ​ທຳ​ສາ​ກົນ, ລວມ​ມີ: ກອງ​ທຶນເພື່ອ​ເດັກ​ຂອງ ສ​ປ​ຊ (UNICEF), ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລະ ສະ​ຫະ​ພາບ​ເອີ​ຣົບ (EU) ໄດ້​ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ການ​ຊ່ວຍ​ເຫຼືອ​ໂດຍ​ດ່ວນ, ໃນ​ສະ​ພາບ​ການ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ Ebola ໄດ້​ລື່ນ​ກາຍຕົວ​ເລກ 120 ຄົນ ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ.

UNICEF ໄດ້​ເລີ່ມ​ເຄື່ອນ​ໄຫວ​ການ​ຮັບ​ມື​ໂດຍ​ດ່ວນ​ໃນ​ລະ​ດັບ​ສູງ​ສຸດ ແລະ ເລີ່ມ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ດ້​ວຍ​ທາງ​ການ​ບິນ ໄປ​ຍັງ ສ​ປ. ກົງ​ໂກ. ​ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ລວມ​ມີ ເຄື່ອງ​ປ​້ອງ​ກັນ​​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ, ຢຸກ​ຢາ, ເຄື່ອງອຸ​ປະ​ກອນ​ເຮັດອະ​ນາ​ໄມ ແລະ ເຄື່ອງ​ອຸ​ປະ​ກອນ​ການ​ແພດ​ທີ່​ຈຳ​ເປັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ.

ສ່ວນ​ຝ່າຍ EU ແລະ WHO, ສອງ​ຝ່າຍ​ໄດ້​ເປີດກວ້າງ​ກາ​ນ​ຮ່ວມ​ມື​ເພື່ອ​ໜູນ​ຊ່ວຍ​ການ​ຮັບ​ມື​ໂດຍ​ດ່ວນ ບໍ່​ພຽງ​ແຕ່ ຢູ່ ສປ. ກົງ​ໂກ ເທົ່​າ​ນັ້ນ, ຫາກ​ນັບ​ທັງ Uganda, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ກໍ​ປະ​ກົດ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ດັ່ງ​ກ່າວ ທີ່​ໜ້າ​ວິ​ຕົກ​ກັງ​ວົນອີກ​ດ້ວຍ.