ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ ມີ​ຫົວ​ຂໍ້ “ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ”. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ຜູ້​ຕາງ​ໜ້າ​ຄະ​ນະ​ນາຍ​ທະ​ຫານ​ໜຸ່ມ​ສາມ​ປະ​ເທດ ໄດ້​ຢັ້ງ​ຢືນວ່າ, ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຄ​ັ້ງ​ນີ້ ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ແນ​ໃສ່​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ລວມ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເປັນ​ລະ​ອຽດ; ປະ​ກອບ​ສ​່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ, ເພີ່ມ​ພູນ​ຄູນ​ສ້າ​ງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ກອງ​ທັບ​ສາມ​ປະ​ເທດ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນາຍ​ທະ​ຫານ​ໜຸ່ມ ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​​ນຳ​ພາ, ບັນ​ຊາ, ຝຶກ​ແອບ, ກຽມ​ພ້ອມ​ສູ້​ຮົບ, ການ​ສຶກ​ສາ​ດ້ານ​ການ​ເມືອງ​ແນວ​ຄິດ; ແບ່ງ​ປັນ​ບັນ​ດາ​ຮູບ​ແບບ​ທີ່​ດີ, ວິ​ທີ​ເຮັດ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ໃນ​ກອງ​ທັບ.