ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ ບັນດາກົມກອງຂອງກອງພົນ 36 ຂອງກຳລັງປ້ອງກັນ ອິດສະຣາແອັນ (IDF) ໄດ້ຄວບຄຸມບາງທີ່ຕັ້ງຍຸດທະສາດຢູ່ພາກໃຕ້ ລີບັງ ແລະ ເພີ່ມທະວີກຳລັງກົດກັນດ້ານການທະຫານກັບ ເຮັກໂບລາ. ນີ້ໄດ້ຮັບຖືວ່າ ແມ່ນການຜັນແປທີ່ມີຄວາມລະອຽດອ່ອນເປັນພິເສດ, ເພາະວ່າແຕ່ດົນນານມາແລ້ວ, ແມ່ນ້ຳ Litani ໄດ້ຮັບຖືວ່າ ແມ່ນເຂດແດນຍຸດທະສາດຢູ່ພາກໃຕ້ ລີບັງ ແລະ ແມ່ນເຂດກັນຊົນດ້ານຄວາມໝັ້ນຄົງທີ່ເປັນແກ່ນສານໃນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ ເຮັກໂບລາ ພາຍຫຼັງສົງຄາມກັບ ລີບັງ ເມື່ອປີ 2006.
ກໍໃນວັນດຽວກັນ, ວົງການເຈົ້າໜ້າທີ່ການທະຫານ ອິດສະຣາແອັນ ແລະ ລີບັງ ໄດ້ດຳເນີນການເຈລະຈາຢູ່ ວໍຊິງຕັນ, ອາເມລິກາ, ແນໃສ່ຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງ.

.jpg)
.jpg)
.jpg)
