ເນື່ອງໃນໂອກາດວັນບຸນ ວິສະຂະບູຊາ ປີ 2026 ພສ. 2570, ຕອນບ່າຍວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງ ຮ່າທິງາ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະມະຫາອາຈານ ທິກແທັງກວຽດ, ຮອງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ. ນະທີ່ນີ້, ທ່ານນາງ ຮ່າທິງາ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ພະມະຫາອາຈານ ທິກແທັງກວຽດ ຈະພ້ອມກັບສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດ ຫວຽດນາມ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາປະເທດໃນສັງກາດໃໝ່ຢ່າງມີໄຊ.
ສ່ວນພະມະຫາອາຈານ ທິກແທັງກວຽດ ຢັ້ງຢືນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສະຖາບັນພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດ ຫວຽດນາມ ໃນການສ້າງຄວາມສາມັກຄີໃນໝູ່ປະຊາຊົນ, ຜູກພັນບັນດາສາສະໜາ, ປະກອບສ່ວນປະຕິບັດບັນດາການປຸກລະດົມ, ຂະບວນການແຂ່ງຂັນຮັກຊາດ ໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

.jpg)
.jpg)
.jpg)
