ກ​່ອນ​ໜ້າ​ນັ້ນ, ໃນ​ບົດ​ຂຽນ​ທີ່​ໄດ້​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ, ພ້ອມ​ທັງ​​ຢ້ຳ​ຄືນ​ວ່າ ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ແຕ່​ໃດ​ມາ​ທີ່​ວ່າ ອີ​ຣານ ຕ້ອງ​ເຫັນ​ດີ​ບໍ່​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍຕື່ມ​ອີກ ກໍ​ຄື​ເປີດ​ຄືນ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz. ທ່ານ Trump ກໍ​ໄດ້​ຂຽນ​ວ່າ ເຕ​ເຮ​ຣານ ຈະ​ຕ້ອງ​ສຳຫຼວດກວດ​ຄືນ​ການທຳ​ລາຍ​ລະ​ເບີດ​ໃຕ້​ນ້ຳ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ແລະ ບໍ່​ໄດ້​ເກັບ​ຄ່າ​ທຳ​ນຽມ​ເມື່ອ​ໄປ​ຜ່ານ​ເສັ້ນ​ທາງ​ທະ​ເລ​ດັ່ງ​ກ່າວ, ສ່ວນ ອາ​ເມ​ລິ​ກາ ຈະ​ຍົກ​ເລີກ​ການ​ປິ​ດ​ລ້ອມ​ບັນ​ດາ​ທ່າ​ກ່ຳ​ປັນ​ຂອງ ອີ​ຣານ.

​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ ອີ​ຣານ ທ່ານ Esmaeil Baqaei ໄດ້​ປະ​ຕິ​ເສດ​ບັນ​ດາ​ເງື່ອນ​ໄຂ​ດັ່ງ​ກ່າວ​ໃນ​ທັນ​ທີ ແລະ ໃຫ້​ຮູ້​ວ່າ ສອງ​ຝ່າຍ​ພວມ​ສືບ​ຕໍ່​ແລກ​ປ່ຽນ ແຕ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ. ກ່ຽວ​ກັບ​ຄວາມ​ສາ​ມາດ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz, ທ່ານ Esmaeil Baqaei ເນັ້ນ​ໜັກ​ວ່າ ເລື່ອງ​ຄຸ້ມ​ຄອງ​ຊ່ອງ​ແຄບ​ທະ​ເລ​ໃນ​ອະ​ນາ​ຄົດ “ພຽງ​ແຕ່​ກ່ຽວ​ຂ້ອງ​ເຖິງ ອີ​ຣານ ແລະ ໂອ​ມານ​ເທົ່າ​ນັ້ນ”.

ໃນ​ຂະ​ນະ​ນັ້​ນ, ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ ໂອ​ມານ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi ໄດ້​ເນັ້ນ​ໜັກເຖິງ​ເລື່ອງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ ຢູ່​ຕ​າ​ເວັນ​ອອກ​ກາງນັ້ນ ຈະ​ຂຶ້ນ​ກັບ​ເລື່ອງ ວໍ​ຊິງ​ຕັນ ຍົກ​ເລີກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ທີ່​ເຄັ່ງ​ຄັດ​ຂອງ​ຕົນ.