ເນ​ປານ​ຄາດ​ວ່າ ຕ້ອງ​ເງິນ​ປະ​ມານ 4,78 ຕື້ USD ເພື່ອ​ແກ້​ໄຂ​ຜົນ​ຕາມ​ມາ ແລະ ສ້າງ​ຕັ້ງ​ພາຍຫຼັງ​ໄພ​ພິ​ບັດ​ນ້ຳ​ຖ້ວມ​ຢ່າ​ງ​ຮ້າຍ​ແຮງ ເມື່ອ​ເດືອນ​ສິງ​ຫາ ຜ່ານ​ມາ, ໃນ​ສະ​ພາບ​ການ​ປະ​ເທດ​ນີ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ ໜູນ​ຊ່ວຍ​ຍາວ​ນານ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ໄພ​ພິ​ບັດ​ທຳ​ມະ​ຊາດ​ທີ່​ນັບ​ມື້ນ​ເພີ່ມ​ຂຶ້ນ. ວັນ​ທີ 11 ກັນ​ຍາ, ທ່ານ Lok Bahadur Chhetri ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນ​ປານ ໃຫ້​ຮູ້​ວ່າ ຄວາມ​ຕ້ອງ​ການ​ເພື່ອ​ສ້າງ​ຕັ້ງ​ປະ​ເທດ​ຄືນ​ປະ​ມານ 4,78 ຕື້ USD. ໃນ​ນັ້ນ​ມີ​ເງິ​ນ​ປະ​ມານ 57 ລ້ານ USD ຕ້ອງ​ການ​ນຳ​ໃຊ້​ໃນ 6 ເດືອນ​ຈະ​ມາ​ເຖິງ​ໃນ​ວຽກ​ງານ​ແກ້​ໄຂ ແລະ ຟື້ນ​ຟູ​ໃນ​ສະ​ເພາະ​ໜ້າ, ໃນ​ຂະ​ນະ​ທີ່​ມີ​ປະ​ມານ 4,71 ຕື້ USD ໃຫ້​ແກ່​ວິ​ວັດ​ການ​ສ້າງ​ຂຶ້ນ​ປະ​ເທດ​ໃນ​ໄລ​ຍະ​ຍາວ. ໄລ່​ຮອດ​ວັນ​ທີ 11 ກັນ​ຍາ, ໄພ​ພິ​ບັດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 1.428 ຄົນ ແລະ ກວ່າ 5.649 ຄົນ​ຫາຍ​ສາ​ບ​ສູນ​ຢູ່​ປະ​ເທດ​ນີ້, ໃນ​ນັ້ນ​ມີ​ຊາວ​ຕ່າງ​ປະ​ເທດປະ​ມານ 800 ຄົນ, ລວມ​ມີ​ແຂກ​ທ່ອງ​ທ່ຽວ ແລະ ຜູ້​ກັບ​ເມື​ອ​ບ້ານ.