ເພື່ອປະຕິບັດສັນຍາ EVFTA ຕ້ອງມີຄວາມມານະພະຍາຍາມຂອງທັງປະເທດ ແລະ ວິສາຫະກິດ
01/09/2019 09:15
(VOVWORLD) -ສັນຍາວ່່າດ້ວຍການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນສອງສັນຍາ FTA ທີ່ມີຂອບເຂດຄໍາໝັ້ນສັນຍາກວ້າງຂວາງ ແລະ ມີລະດັບຄໍາໝັ້ນສັນຍາສູງສຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ.

ບັນດານັກຊ່ຽວຊານເສດຖະກິດພາຍໃນປະເທດ ໃຫ້ຕີລາຄາວ່າ ສັນຍາວ່່າດ້ວຍການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນສອງສັນຍາ FTA ທີ່ມີຂອບເຂດຄໍາໝັ້ນສັນຍາກວ້າງຂວາງ ແລະ ມີລະດັບຄໍາໝັ້ນສັນຍາສູງສຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ. ເມື່ອເຂົ້າຮ່ວມບັນດາສັນຍາດັ່ງກ່າວ, ບັນດາວິສາຫະກິດຫວຽດນາມ ເວົ້າລວມ ແລະ ວິສາຫະກິດຕໍ່າແຜ່ນຕັດຫຍິບເວົ້າສະເພາະ ຈະມີໂອກາດເພື່ອສົ່ງອອກສິນຄ້າຫຼາຍຊະນິດເຂົ້າຕະຫຼາດເອີີຣົບ ດ້ວຍສິນຄ້າຫຼາຍຊະນິດໄດ້ຫຼຸດຜ່ອນພາສີລົງ 0%. ເຖິງຢ່າງໃດກໍຕາມ, ລະດັບການແກ້ງແຍ້ງກັບບັນດາວິສາຫະກິດຕ່າງປະເທດ, ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ແລະ ບັນດາວິສາຫະກິດພາຍໃນປະເທດ ຈະສູງກວ່າ.
TAG
VOV/VOVworld/EVFTA/ລັດ/ວິສາຫະກິດ
Related





