ທ່ານ Emmanuel Macronປະທານາທິບໍດີຝລັ່ງ ເຂົ້າຮວມກອງປະຊຸມທາງອອນລາຍລະຫວ່າງ ເຊີເບຍ ແລະ ເຂດແຄ້ວນ Kosovo (ພາບ: EPA)

ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ຂອງ EU ຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະ ທາງການທູດໄດ້ຮຽກຮ້ອງໃຫ້ສອງຝ່າຍສະແດງ “ກຳລັງແຮງດ້ານການເມືອງ” ເພື່ອຊອກຫາວິທີການແກ້ໄຂ, ພ້ອມທັງຖືວ່າ ເລື່ອງຂາດວິທີການແກ້ໄຂຈະຈຳກັດວິວັດທະນາການເສດຖະກິດ ແລະ ມີຄວາມສ່ຽງຄ່ອຍໆຂາດສະຖຽນລະພາບ. ນອກຈາກການນຳສອງທ່ານຂອງ EU ແລ້ວ, ກອງປະຊຸມທາງອອນລາຍນີ້ຍັງມີການເຂົ້າຮ່ວມຂອງທ່ານ Avdullah Hoti ຜູ້ນຳ ອຳນາດການປົກຄອງ Kosovo ແລະ ທ່ານ Aleksandar Vucic ປະທານາທິບໍດີ ເຊີເບຍ.