ວັນ​ທີ 13 ພຶ​ດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່​ນະ​ຄອນ​ຫຼວງ ວຽນ, ປະ​ເທດ ໂອ​ຕາ​ລິດ, ທ່ານ​ນາງ Monica Kathina Juma, ​ຜູ້​ອຳ​ນວຍ​ການ​ໃຫຍ່​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ່ ວຽນ (UNOV) ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ອົງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ​ສະ​ຫະ​ປະ​ຊາ​ຊາດ (UNODC) ຄົນ​ໃໝ່ ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ບັນ​ດ​າ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ປະ​ຈຳ​ບັນ​ດາ​ປະ​ເທດ​​ອ້ອມ​ຂ້າງ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ​ຢູ່ ວຽນ.

ເຂົ້າ​ຮ່ວມການ​ພົບ​ປະ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາ​ມ ປະ​ຈຳ​ສ​ະ​ຫະ​ປະ​ຊາ​ຊ​າ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢູ່ ວຽນ ໄດ້​ມອບ​ຈົດ​ໝາຍ​ຊົມ​ເຊີຍນ​ຂອງ​ທ່​ານ ເລ​ຮ່​ວາຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕີ​ລ​າຄາ​ສູງ​ການ​ໜູ​ນ​ຊ່ວຍ​ຂອງ UNODC ໃນ​ການ​ຍົກ​ສູງ​ກຳ​ລັງ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ແລະ ຍຸ​ຕິ​ທຳ​ອາ​ຍາ, ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ. ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ກັບ UNODC ເປັນ​ສຳ​ຄັນ ແລະ 2 ຝ່າຍ​ໄດ້​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​​ຫຼາຍການ​ເຄື່ອນ​ໄຫວ 2 ຝ່າຍ​ ແລະ ໃນ​ວິ​ວັດ​ການ​ຫຼາຍ​ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ວູ​ເລ​ທາຍ​ຮ່​ວາງ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການຊີ້​ນຳ​ຂອງທ່ານ​ນາງ Monica Kathina Juma, UNODC ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່​ນ​ສານ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ເພື່ອ​ຕໍ່​ສູ້, ຕ້ານ​ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ​ຂ້າມ​ຊາຍ​ແດນ​ທຸກ​ປະ​ເພດ.