ຕາ​ແສງ ຮ່າ​ຕຽນ ມີ​ພູມ​ສັນ​ຖານທຸ​ລະ​ກັ​ນ​ດານ​ດ້ວຍຫຼາຍ​ເສັ້ນ​ທາງ​ນ້ອຍທາງລັດ, ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ຈັດການ​ໄປ​ລາດ​ຕະ​ເວນ​ເປັນຫຼາຍຊັ້ນ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄ້າ​ຂາຍ​ເຖື່ອນ, ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ. ໃນ​ຂະ​ນະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ ປ​ຊ​ຊ ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ. ທ່ານ ຟ້າມ​ຄັກ ຟາ​ຣາ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ຕາ​ແສງ ຮ່າ​ຕຽນ ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ດຳ​ລົງ​ຊີ​ວິດຢູ່ເປັນຈຳນວນຫຼາຍ, ສ່ວນຫຼາຍ​ແມ່ນ​ຊາວ​ເຜົ່າ ຂະ​ແມ ແລະ ຊາວ​ ຈີນ. ດັ່ງນັ້ນ, ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ໄດ້​ຈັດ​ບັນ​ດາ​ພະ​ນັກ​ງານທີ່​ຮູ້​ພາ​ສາ​ຊົນ​ເຜົ່າ​ຢູ່​ເຂດ​ບໍ​ລິ​ຫານ​ແຫ່ງ​ລັດ ເພື່ອ​ໜູນ​ຊ່ວຍ ປ​ຊ​ຊ ໃນ​ວິ​ວັດ​ການ​ຈົດ​ທະ​ບຽນ​ເຮັດ​ລະ​ບຽບ​ການ​ບໍ​ລິ​ຫານ​ລັດ.

ທ່ານພັນ​ຕີ ເຈົາ​ວັນ​ນາດ ຕຳຫຼວດ​ເຂດ​ຖະ​ໜົນ ຊ່າ​ເຊຍ ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ເຂດ​ຖະ​ໜົນ ຊ່າ​ເຊຍ ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ຂອງ ປ​ຊ​ຊ ຊາວ​ເຜົ່າ ຂະ​ແມ ຫຼາຍ​ຄົນ, ກວມ​ເອົາ​ປະ​ມານ 70% ຊື່ງ​ສ່ວນຫຼາຍບໍ່​ຮູ້​ພາ​ສາ ຫວຽດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ບໍ​ລິ​ເວນ​ ເພື່ອ​ສົມ​ທົບ​ກັບ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ສະ​ມາ​ຄົມ​ໝູ່​ຄະ​ນະ​ຢູ່​ເຂດ​ຖະ​ໜົນເປັນ​ປະ​ຈຳ ​ເພື່ອ​ໂຄ​ສະ​ນາ​ໃຫ້ ປ​ຊ​ຊ ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ…

ພ້ອມ​ກັນ​ນັ້ນ, ບັນ​ດາ​ກຳ​ລັງ​​ທີ່​ມີ​ໜ້າ​ທີ່​ກ່ຽວ​ຂ້ອງກໍ່​ໄດ້​ຕັ້ງ​ໜ້​າເຂົ້າ​ຮ່ວມ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ. ເອື້ອຍ ໂງ​ທິ​ຮົ່ງ​ດ່າວ, ຫົວ​ໜ້າໜ່ວຍ​ສະ​ຫະ​ພັນ​ແມ່​ຍິງເຂດ​ຖະ​ໜົນ ມີ້​ໂລ້, ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ໄດ້ແນະ​ນຳໃຫ້​ເອື້ອຍ​ນ້ອງ​ເຂົ້າ​ແອັບ VNeID ເພື່ອ​ເຮັດລະ​ບອບ​ລະ​ບຽບ​ການ​ບໍ​ລິ​ຫານ, ຈົດ​ທະ​ບຽນ​ບ່ອນ​ຢູ່​ອາ​ໄສ…. ໃນ​ໂທ​ລະ​ສັບ​ມື​ຖື. ພວກ​ຂ້າ​ພະ​ເຈົ້າໄດ້​ສົມ​ທົບ​ກັບ​ຕຳຫຼວດ​ຕາ​ແສງ​ເພື່ອ​ໂຄ​ສະ​ນາ​ໃຫ້​ເອື້ອຍ​ນ້ອງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ.

ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ຕາ​ແສງ ຮ່າ​ຕຽນ ບໍ່​ພຽງ​ແຕ່​ອີງ​ໃສ່​ກຳ​ລັງ​​ຫຼວງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຮູບ​ແບບ “ໜ່ວຍພົນລະເຮືອນປ້ອງກັນເຄື່ອນທີ່ໂຄ​ສະ​ນາເຜີຍແຜ່, ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ໄພ​ສັງ​ຄົມ​ເຂດເສັ້ນ​ຊາຍ​ແດນ​” ອີກ​ດ້ວຍ. ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ເດືອນ​ມີ​ນາ ​ປີ 2021, ທຳ​ອິດ, ກອງ​ກຳ​ລັງ​ດັ່ງ​ກ່າວ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ໃນເຂດເສັ້ນ​ຊາຍ​ແດນ. ເມື່ອ​ໂລກ​ລະ​ບາດ​ໄດ້​ຮັບການຄວບ​ຄຸມ, ຮູບ​ແບບນີ້​ໄດ້​ຫັນ​ປ່ຽນ​ໄປ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກອນ, ໄພ​ສັງ​ຄົມ. ທ່ານ ສີ​ພອນ, ຫົວ​ໜ້າ​ໜ່ວຍພົນລະເຮືອນປ້ອງກັນເຄື່ອນ​ທີ່​ເຂດ​ຖະ​ໜົນ ຊ່າ​ເຊຍ, ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ໜ່ວຍພົນລະເຮືອນປ້ອງກັນເຄື່ອນ​ທີ່ ໄດ້ໂຄ​ສະ​ນາ​ແຜນ​ນະໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ໄປ​ຍັງ ປ​ຊ​ຊ ເຂດ​ຊາຍ​ແດນ. ຊ່ວຍ​ໃຫ້ ປ​ຊ​ຊ ມີ​ສະ​ຕິ​ລະ​ວັງ​ຕົວຕໍ່​ບັນ​ດາ​ກົນ​ອຸ​ບາຍຫຼອກ​ລວງ​ຂອງ​ບັນ​ດາ​ເປົົ້າ​ໝາຍບໍ່​ດີ, ຄົ້ນ​ພົບ​ບັນ​ດາ​ເປົ້າ​ໝາຍ​ເຂົ້າ​ເມືອງ​ແບບ​ຜິດ​ກົດ​ໝາຍ, ແຈ້ງ​ໃຫ້​ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຢ່າງ​ທັນ​ການ. ທີ​ສອງ​ແມ່ນ ໜ່ວຍພົນລະເຮືອນປ້ອງກັນ​ເຄື່ອນ​ທີ່ໄດ້​ໂຄ​ສະ​ນາ​ເຜີຍແຜ່ໃຫ້ ປ​ຊ​ຊ ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ຂະ​ແມ.

ຍ້ອນ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ​ຂອງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ກໍ່​ຄື​ສະ​ຕິ​ຕື່ນ​ຕົວ, ບືນ​ຕົ​ວ​ຂຶ້ນ​​ຜ່າ​ນຜ່າຄວາມ​ຫຍຸ້ງ​ຍາກ​ຂອງ ປ​ຊ​ຊ, ຕາ​ແສງ ຮ່າ​ຕຽນ, ແຂວງ ອານ​ຢາງ ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ​ຄວາມສະຫງົບ, ຊີ​ວິດ​ສັງ​ຄົມ​ຢູ່​ເຂດ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ. ຕາມ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຮອດ​ປີ 2030, ຕາ​ແສງ ຮ່າ​ຕຽນ ໄດ້​ວາງ​ເປົ້າ​ໝາຍ​ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ ແລະ ການ​ຄ້າ​ຢູ່​ແຂວງ ອານ​ຢາງ./.