ຕອນ​ຄ່ຳ​ວັນ​ທີ 13 ພຶດ​ສະ​ພາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ໄປ​ຮອດ ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຈີນ ​ເປັນ​ເວ​ລາ 3 ວັນ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ Donald Trump ໄປ​ຍັງ ຈີນ​ນັບ​ແຕ່​ປີ 2017, ພ້ອມ​ທັງ​ແມ່ນ​ການ​ຢ້ຽມ​ຢາມ​ຈີນ ຄັ້ງ​ທຳ​ອິດ​ຂອງ​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ຮອບ​ເວ​ລາ 9 ປີ​ຜ່ານ​ມາ.

ຕາມ​ແຜນ​ການ​ໂດຍ​ທຳ​ນຽບ​ຂາວ​ປະ​ກາດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ພຶດ​ສະ​ພາ, ຫຼັງ​ຈາກ​ນັ້ນ ກໍ່ດຳ​ເນີນ​ການ​ເຈ​ລະ​ຈາ​ສອງ​ຝ່າຍ ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ. ພ້ອມ​ກັນ​ນັ້ນ​, ການ​ນຳ​ສອງ​ຝ່າຍ​​ກໍ່​ຈະ​ຢ້ຽມ​ຊົມ​ສວນ​ສາ​ທາ​ລະ​ນະ ທຽ​ນ​ດ່ານ ແລະ ເຂົ້າ​ຮ່ວມ​ງານ​ລ້ຽງ​​ລະ​ດັບ​ຊາດ​ໃນຕອນ​ຄ່ຳ.