ໃນ​ສອງວັນ​ດຳ​ເນີນກອງ​ປະ​ຊຸມ ແຕ່ 14 – 15 ພຶດ​ສະ​ພາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ BRICS ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ພົ້ນ​ເດັ່ນ, ລວມ​ມີ​ບັນ​ດາ​ຈຸດ​ຮ້ອນ​ເ​ຮັ່ງ​ການ​ປະ​ທະ​ກັນ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ລະ​ບົບ​ສະ​ໜອງ​ທົ່ວ​ໂລກ, ການ​ປະ​ຕິ​ຮູບ​ບັນ​ດາ​ລະ​ບອບ​ລະ​ບຽບ​ການຫຼາຍ​ຝ່າຍ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ເປັນ​ໜ້າ​ສົນ​ໃຈ​ຂອງກອງ​ປະ​ຊຸມ​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື​ທີ່​ມີ​ຊື່​ວ່າ “BRICS@20: ສ້າງ​ຄວາມ​ສາ​ມາດ​ຟື້ນ​ຟູ, ປ່ຽນ​ແປງ​ໃໝ່, ຮ່ວມ​ມື ແລະ ຍືນ​ຍົງ”, ສຸມ​ໃສ່​​ການ​ກຳ​ນົດ​ທິດ​ການ​ພັດ​ທະ​ນາໄລ​ຍະ​ຍ​າວ​ຂອງ​ກຸ່ມ​ພາຍຫຼັງ​ສອງ​ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຄາດ​ວ່າ​ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ ​ສ​ປ​ຊ, ລະ​ບົບ​ການ​ເງິນ​ສາ​ກົນ, ກໍ່​ຄື​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃຕ້ - ໃຕ້ ໃນ​ບັນ​ດາ​ຂົງ​ເຂດ​ຄ​ື ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.