(ພາບ: TTXVN)
ວັນທີ 13 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ສປປ.ເກົາຫຼີ, ທ່ານ ເລຮ່ວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ໄດ້ມີການເຮັດວຽກກັບທ່ານ Kim Seong – nam, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນສາກົນພັກແຮງງານ ສປປ.ເກົາຫຼີ ແລະ ດຳເນີນການພົບປະສົນທະນາກັບທ່ານນາງ Choe Son Hui, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ.
ທີ່ບັນດາການພົບປະ, ທ່ານ ເລຮ່ວາຍຈຸງ, ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມພູນຄູນສ້າງ ແລະ ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສປປ.ເກົາຫຼີ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ ສອດຄ່ອງກັບຄວາມມຸ່ງຫວັງລວມຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທີ່ການພົບປະສົນທະນາ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ປະສານງານຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ເວທີປາໄສພາກພື້ນ ອາຊຽນ (ARF); ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.





