ບ້ານ​ບຸງ, ຕາ​ແສງຟອງກວາງ, ແຂວງ​ທາຍງວຽ​ນ ມີ​ກ່​ວາ 40 ຄອບ​ຄົວ​ຊາວ​ເຜົ່າ​ຢ້າວ. ກ່ອນນັ້ນ, ຊີ​ວິດ​ຂອງ ປ​ຊ​ຊ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ນັບ​ແຕ່​ທ້າຍ​ເດືອນ​ພຶດ​ສະ​ພາ ​ປີ 2025, ສາ​ຂາ​ສະ​ຫະ​ພັນ​ແມ່​ຍິງ​ທ້ອງ​ຖິ່ນ ໄດ້​ຜັນ​ຂະ​ຫຍາຍ​ຮູບ​ແບບ “ເຂດ​ບ້ານ​ນາ​ປອດ​ໄພ” ລະ​ດົມການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການດຳ​ລົງ​ຊີ​ວິດ​ທີ່​ປອດ​ໄພ. ປ​ຊ​ຊ ໄດ້​ພ້ອມ​ກັນ​ອະ​ນາ​ໄມ​ທຳ​ຄວາມ​ສະ​​ອາດ, ປູກ​ຕົ້ນ​ໄມ້ສີ​ຂຽວ, ສ້າງ​ສິ່ງ​ແວດ​ລ້ອມ​ສະ​ອາດ, ສວຍ​ງາມ. ພ້ອມ​ກັນ​ນັ້ນ ກໍ່ໄດ້​ຮັກ​ສາ​ບັນ​ດາ​ເສັ້ນ​ທາງທີ່​ຄຸ້ມ​ຄອງ​​ເອງ, ຕິດ​ຕັ້ງລະ​ບົບ​ໄຟ​ເຍືອງ​ທາງ​ຢູ່​ເຂດ​ຊຸມ​ຊົນ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ, ຄວາມ​ໝັ້ນ​ຄົງ.

ປ້າ ດັ້ງ​ທິ​ເຕືອຍ, ເລ​ຂາ​ໜ່ວຍ​ພັກ​ບ້ານ​ບຸງ ໃຫ້​ຮູ​້​ວ່າ: ​

ພວກຂ້າ​ພະ​ເຈົ້າ​ໄດ້ຖາງມ້ຽນ​ຫຍ້າ​ຢູ່​ອ້ອມ​ແອ້ມ​ເຮືອນ​ວັດ​ທະ​ນະ​ທຳ, ກວາດ​ອະນາໄມເສັ້ນ​ທາງເຂົ້າ​ບ້ານ​ໃຫ້​ສະ​ອາດ​ເປັນ​ປະ​ຈຳ. ໄປ​ຄຽງຄູ່​ກັນ​ນັ້ນ ພວກຂ້າ​ພະ​ເຈົ້າຍັງ​ໂຄ​ສະ​ນາ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຮັກ​ແພງ​ກັນ, ສາ​ມັກ​ຄີ​ກັນ, ຫຼີກລ້ຽງການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ.

ໃນ​ສະ​ພາບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ບໍ​ລິ​ຫານ​ຮູບ​ແບບ ກໍ່​ຖືວຽກ​ງານ​ໂຄ​ສະ​ນາ​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ຢ່າງ​ປອດ​ໄພເປັນ​ສຳ​ຄັນ. ນ້ອງ ຫຼີ​ທູ​ເຮື​ື່ອງ, ບ້ານ​ບຸງ, ຕາ​ແສງ​ຟອງກວາງ, ແຂວງ​ທາຍງວຽ​ນ ແບ່ງ​ປັນ​ວ່າ:

ພໍ່​ແມ່ໄດ້​ສອນຫຼານ​ວ່າ​ ຕ້ອງ​ຄັດ​ເລືອກ, ຊອກ​ຮູ້​ໂດຍ​ລະ​ອຽດ​ກ່ຽວ​ກັບ​ການ​ຮ່ຳ​ຮຽນ​ໃນ​ເຄືອ​ຄ່າຍ​ອິນ​ເຕີ​ເນັດ. ຫຼານກໍ່​ຈຳ​ກັດ​ການ​ເຂົ້າ​ເບິ່ງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ, ບໍ່​ເຂົ້າ​ເບິ່ງ​ບັນ​ດາ​ຂໍ້​ມູນ​ຂ່າວບໍ່​ດີ.

ບັນ​ດາຮູບ​ແບບ “ເຂດ​ບ້ານ​ນາ​ປອດ​ໄພ”, “ເຂດ​ຊຸມ​ຊົນ​ປອດ​ໄພ” ກໍ່​ໄດ້​ສ້າງ​ຂຶ້ນ​ຢູ່ຫຼາຍ​ບ້ານ​ໃນ​ແຂວງທາຍງວຽນ. ເອື້ອຍ ຮວ່າງ​ທິ​ທຸ້ຍ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ ຮູບ​ແບບ “ເຂດ​ບ້ານ​ນາ​ປອດ​ໄພ” ຢູ່​ບ້ານບານ​ໂຝ, ຕາ​ແສງ​ເຕິນ​ກີ່ ຕີ​ລາ​ຄາ​ວ່າ:

ພາຍນຫຼັງຮູບ​ແບບ “ເຂດ​ບ້ານ​ນາ​ປອດ​ໄພ” ໄດ້​ຜັນ​ຂະ​ຫຍາຍ​ຢູ່​ບ້ານ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ ມີ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ຕັ້ງ​ໜ້າ. ແມ່​ຍິງ​ໄດ້​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ດ້ານ​ກົດ​ໝາຍ, ສິດ​ສະ​ເໝີ​ພາບ ແລະ ບັນ​ດາ​ທັ​ກ​ສາ​ປົກ​ປ້ອງ​ຕົວ​ເອງ. ເດັກ​ນ້ອຍ​ໄດ້​ປົກ​ປ້ອງ​ອອກ​ຈາກ​ໄພ​ຖືກ​ລ່ວງລະເມີດ, ການ​ໃຊ້​ຄວາມ​ຮຸນ​ແຮງ. ສະ​ພາບ​ແວດ​ລ້ອ​ມ​ດຳ​ລົງ​ຊີ​ວິດ​ປອດ​ໄພ, ໂປ່ງ​ໃສ, ບັນ​ດາ​ໄພ​ສັງ​ຄົມ​ໄດ້​ຫລຸດ​ລົງຫຼາຍ​ພໍ​ສົມ​ຄວນ.

ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ຖະ​ແຫຼງ​ຂ່າວ, ຝຶກ​ອົບ​ຮົມ​ໃຫ້​ແກ່​ແມ່​ຍິງ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ປະ​ຈຳ​ດ້ວຍ​ບັນ​ດາ​ຮູບ​ການ​ທີ່​ມີຫຼາຍ​ຮູບຫຼາຍ​ແບບ. ເນື້ອ​ໃນ​ໄດ້​ສຸມ​ໃສ່​ບັນ​ດາ​ຄວາມ​ຮູ້​ດ້ານ​ກົດ​ໝາຍ, ທັກ​ສະ​ການ​ປົກ​ປ້ອງ​ຕົວ​ເອງ, ສົ່ງ​ເສີມ​ສຸ​ຂະ​ພາບ​ຈະ​ເລີນ​ພັນ, ການລ້ຽງສອນ​ລູກ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ… ທ່ານນາງ ຫງວຽນ​ທິ​ລ​ວານ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ຮູບ​ແບບ “ເຂດ​ຊຸມ​ຊົນ​ປອດ​ໄພ” ໜ່ວຍ 3, ຕາ​ແສງດຶກ​ຊວັນ ໃຫ້​ຮູ້​ວ່າ:

ເຂດ​ຊຸມ​ຊົນ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ, ໂຄ​ສະ​ນາ, ຝຶກ​ອົບ​ຮົມ​ໃຫ້ ປ​ຊ​ຊ ທຸກ​ຄົນ​ໃນ​ໜ່ວຍ​ບ້ານ ແລະ ປ​ຊ​ຊ ກໍ່​ເຫັນ​ໄດ້​ຜົນ​ຜະ​ໂຫຍດ​ຂອງ​ເຂດ​ຊຸມ​ຊົນ​ທີ່ປອດ​ໄພ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ນ້ອຍ ກໍ່​ຄື ປ​ຊ​ຊ ທຸກ​ຄົນ. ເດັກ​ນ້ອຍກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ຜູ້​ໃດ​ກໍ່ໄດ້​ໄປ​ໂຮງ​ຮຽນ.

ຮູບ​ແບບ “ເຂດ​ບ້ານ​ນາ​ປອດ​ໄພ”, “ເຂດ​ຊຸມ​ຊົນ​ປອດ​ໄພ” ຢູ່​ແຂວງທາຍງວຽນ ພວມ​ຄ່ອຍໆ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ. ປ​ຊ​ຊ ເປັນ​ເຈົ້າ​ການ​ກວ່າ​ໃນ​ການ​ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອ​ບຄົວ. ແມ່​ຍິງກໍ່​ມີ​ຄວາມ​ກ້າ​ຫານ, ມີຄວາມ​ໝັ້ນໃຈ​ຕົນ​ເອງ​ກວ່າ​ ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ. ຈາກນັ້ນ, ກໍ່ໄດ້​ເພີ່ມ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ຄອບ​ຄົວ, ການ​ດຳ​ເນີນ​ຊີ​ວິດ​ວົງ​ຄະ​ນາ​ຍາດ​ໄດ້​ມີ​ແບບ​ມີ​ແຜນ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ./.