ເພື່ອຫັນເປົ້າໝາຍນຳເອົາກາເຟ ເຊີນລາ Arabica - ອອກສູ່ໂລກໃຫ້ປະກົດຜົນເປັນຈິງນັ້ນ, ໃນຂອບເຂດຂອງງານບຸນກາເຟ ເຊີນລາ ປີ 2026, ຕອນບ່າຍວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ສົມທົບກັບກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າ ກາເຟ ເຊີນລາ 2026, ເປີດບັນດາໂອກາດໃໝ່, ເຊື່ອມຕໍ່ກາເຟ ເຊີນລາ ກັບບັນດາຕະຫຼາດສາກົນ.
ເຄື່ອງໝາຍການຄ້າ "ກາເຟ ເຊີນລາ" ໄດ້ປະສົບຜົນສຳເລັດຢູ່ຫຼາຍຕະຫຼາດ, ຄື: ສະຫະພາບເອີລົບ (EU), ອາເມລິກາ, ການາດາ ແລະ ຈີນ... ກາເຟ ເຊີນລາ Arabica ກວມເອົາເກືອບ 50% ຍອດມູນຄ່າການສົ່ງອອກທັງໝົດຂອງແຂວງ ດ້ວຍລາຍຮັບບັນລຸກວ່າ 112 ລ້ານ USD, ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງເພື່ອບຸກທະລຸຢ່າງແຮງຈາກ "ການສົ່ງອອກດິບ" ໄປສູ່ "ລະບົບມູນຄ່າສູງ". ທີ່ກອງປະຊຸມ, ທ່ານ ຫງວຽນແທັ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພວມເລືອກເສັ້ນທາງໃຫ້ແກ່ກາເຟ ເຊີນລາ Arabica ແມ່ນຕ້ອງມີຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດພາກ, ສ້າງເຂດປູກກາເຟພິເສດ ແລະ ມຸ່ງໄປເຖິງບັນດາຜະລິດຕະພັນກາເຟທີ່ມີມູນຄ່າດ້ານເສດຖະກິດທີ່ສູງກວ່າ. ພວກຂ້າພະເຈົ້າພວມກ້າວໄປສູ່ຜະລິດຕະພັນກາເຟພິເສດ, ພາຍຫຼັງການປຸງແຕ່ງຕ້ອງນຳອອກຜະລິດຜະລິດຕະພັນທີ່ດີກວ່າອີກ...”.





