ແຈ້ງການທາງການອອກໃນຕອນຄ່ຳວັນທີ 11 ຕຸລາຂອງ Houthi ໂດຍໃຫ້ຮູ້ວ່າ ໃນ 24 ຊົ່ວໂມງກ່ອນນັ້ນ, ກຸ່ມນີ້ໄດ້ເປີດຫຼາຍບັ້ນບຸກໂຈມຕີທີ່ພັນລະນາວ່າ ມີຄຸນນະພາບ ແລະ ມີປະສິດທິຜົນ, ເລັ່ງໃສ່ຫຼາຍເປົ້າໝາຍຢູ່ ອາຣັບບິ ຊາອຸດິ, ລວມມີສະໜາມບິນສາກົນ 2 ແຫ່ງ ແລະ ຮາກຖານນ້ຳມັນຂອງກຸ່ມບໍລິສັດ Aramco 2 ແຫ່ງ. ໃນນັ້ນ, ການເຄື່ອນໄຫວບຸກໂຈມຕີເລັ່ງໃສ່ສະໜາມບິນ King Khalid ຢູ່ນະຄອນຫຼວງ Riyadh ໄດ້ເກີດຂຶ້ນເປັນຫຼາຍຄັ້ງ, ນຳໃຊ້ລູກສອນໄຟນຳວິຖີ, ລູກສອນໄຟຕິດປີກ ແລະ ເຮືອບິນບໍ່ມີຄົນຂັບ. ອີກສະໜາມບິນທີ່ຖືກບຸກໂຈມຕີແມ່ນ Dammam, ນອນຢູ່ທາງທິດຕາເວັນອອກ ອາຣັບບິ ຊາອຸດິ.
ອົງການການບິນພົນລະເຮືອນ ອາຣັບບິ ຊາອຸດິ ໄດ້ຢັ້ງຢືນວ່າ ສະໜາມບິນສາກົນ King Khalid ຢູ່ນະຄອນຫຼວງ Riyadh ສືບຕໍ່ຖືກບຸກໂຈມຕີໃນຕອນບ່າຍວັນທີ 11 ຕຸລາ, ເຮັດໃຫ້ຜູ້ຄົນຈຳນວນໜຶ່ງຖືກບາດເຈັບ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 10 ຕຸລາ, ສະໜາມບິນແຫ່ງນີ້ກໍ່ຖືກບຸກໂຈມຕີ ເຮັດໃຫ້ 13 ຄົນເສຍຊີວິດ ສ່ວນຫຼາຍແມ່ນຊາວຕ່າງປະເທດ, ພ້ອມກັບຜູ້ຖືກບາດເຈັບ 308 ຄົນ.
ກ່ຽວກັບເຫດບຸກໂຈມຕີໃນວັນທີ 10 ຕຸລາ, ສະຫະປະຊາຊາດ, ສະຫະພາບ ເອີລົບ ແລະ ປະເທດຕາເວັນຕົກຈຳນວນໜຶ່ງ, ໃນວັນທີ 11 ຕຸລາ ໄດ້ກ່າວປະນາມການກະທຳນີ້ຢ່າງແຮງ.




