ວັນທີ 11 ຕຸລາ, ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໃຫ້ຮູ້ວ່າ ຕາມຂໍ້ມູນເບື້ອງຕົ້ນ, ກຳປັ່ນຂົນສົ່ງໂດຍສານປະມານ 350 ຄົນ ອອກເດີນທາງຈາກ Djibouti ໄປຍັງ ເຢແມນ ຖືກຈົມນ້ຳຢູ່ທາງທິດເໜືອ ເທດສະບານ Obock. ກຳລັງເຈົ້າໜ້າທີ່ໄດ້ພົບເຫັນກວ່າ 100 ສົບ. ກວ່າ 80 ຄົນທີ່ລອດຊີວິດລ້ວນແຕ່ຖືສັນຊາດ ເອທີໂອເປຍ ໂດຍ IOM ໜູນຊ່ວຍຢູ່ສູນສະຫງວນໃຫ້ແກ່ຊາວອົບພະຍົບຢູ່ Obock. ປັດຈຸບັນ IOM ພວມປະສານສົມທົບກັບເຈົ້າໜ້າທີ່ ສະໜອງການໜູນຊ່ວຍໂດຍດ່ວນ ພ້ອມທັງຜັນຂະຫຍາຍການເຄື່ອນໄຫວກູ້ໄພກູ້ຊີບ.




