ໃນການພົວພັນ ຫວຽດນາມ - ຈີນ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດຈີນແມ່ນພາກສ່ວນສຳຄັນ. ນີ້ບໍ່ພຽງແຕ່ແມ່ນຊ່ອງທາງແລກປ່ຽນລະຫວ່າງສອງອົງການນິຕິບັນຍາດ, ຫາກຍັງແມ່ນຊ່ອງທາງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງບໍລິຫານ ແລະ ສ້າງລະບົບນິຕິກຳທີ່ສະດວກໃຫ້ແກ່ການຮ່ວມມືສອງຝ່າຍ.
ການຢ້ຽມຢາມປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງກວ່າອີກ ແລະ ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງກວ່າໃນສັງກາດໃໝ່.
ການຮ່ວມມືລັດຖະສະພາສວມບົດບາດຫຼັກແຫຼ່ງ
ຕາມຂໍ້ສັງເກດຂອງທ່ານສາດສະດາຈານ Mi Liang ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບມະຫາວິທະຍາໄລພາສາຕ່າງປະເທດ ປັກກິ່ງ, ໃນການແລກປ່ຽນກັບນັກຂ່າວ VOV ປະຈຳປັກກິ່ງ ກ່ອນການຢ້ຽມຢາມຈີນຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ການຮ່ວມມືລັດຖະສະພາ ຈີນ - ຫວຽດນາມນັບມື້ນັບຕິດພັນກັບບັນດາຄວາມຮຽກຮ້ອງຕ້ອງການພັດທະນາຂອງການພົວພັນສອງປະເທດ:
ການພົວພັນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຂາດ ຈີນ ແມ່ນພາກສວ່ນສຳຄັນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ, ສວມບົດບາດຫຼັກແຫຼ່ງໃນການພົວພັນສອງຝ່າຍ ຜ່ານການສ້າງນິຕິກຳ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ປັບປຸງພື້ນຖານໃນໃຈປະຊາຊົນ. ຜ່ານບັນດາກົນໄກແລກປ່ຽນໂດຍຫັນເປັນລະບອບລະບຽບການ, ສອງອົງການໄດ້ໜູນຊ່ວຍຢ່າງແຮງຜ່ານການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມທີ່ມີຄວາມໝາຍຍຸດທະສາດ.
ຈາກແງ່ມູມນັ້ນ, ການຢ້ຽມຢາມຈີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ບໍ່ພຽງແຕ່ເພີ່ມທະວີການພົບປະແລກປ່ຽນລັດຖະສະພາເທົ່ານັ້ນ, ຫາກຍັງເສີມຂະຫຍາຍບົດບາດຂອງສະພາແຫງ່ຊາດໃນການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ. ເມື່ອການຮ່ວມມື ຫວຽດນາມ - ຈີນນັບມື້ນັບເປີດກວ້າງໃນຫຼາຍຂົງເຂດ, ຮຽກຮ້ອງຕ້ອງສ້າງກອບນິຕິກຳໃຫ້ສົມບູນແບບຍິ່ງມີຄວາມຈຳເປັນ. ຜ່ານການສ້າງນິຕິກຳ, ຕິດຕາມກວດກາ ແລະ ແລກປ່ຽນບົດຮຽນປະສົບການ, ສອງອົງການສ້າງນິຕິກຳປະກອບສ່ວນແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ສ້າງຄວາມສະດວກເພື່ອໃຫ້ບັນດາຄຳໝັ້ນສັນຍາຂັ້ນສູງເຂົ້າສູ່ຕົວຈິງ. ໂດຍສືບຕໍ່ກອງປະຊຸມຄັ້ງທີ 1 ປີ 2025, ກອງປະຊຸມຄັ້ງທີສອງຂອງຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ ໄດ້ສ້າງກຳລັງໜູນນຳການຮ່ວມມືລັດຖະສະພາເຂົ້າສູ່ລວງເລິກ, ແທດຈິງ. ທ່ານຟ້າມແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຊີ້ແຈ້ງວ່າ:
ກອງປະຊຸມຄັ້ງທີ 2 ຈະສືບຕໍ່ນຳກົນໄກນີ້ເຄື່ອນໄຫວເປັນປະຈຳ, ມີໂຄງການ, ເນື້ອໃນ ແລະ ຈຸດສຸມລະອຽດ. ຜ່ານກອງປະຊຸມຄັ້ງທີ 2, ສອງຝ່າຍຈະສຳຫຼວດກວດຄືນໝາກຜົນຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບ, ກຳນົດບັນດາຈຸດສຸມການຮ່ວມມືໃນໄລຍະຈະມາເຖິງ. ພ້ອມທັງ, ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັນຍັດໃນການສ້າງແລວນິຕິກຳ ແລະ ຕິດຕາມກວດກາ ການຜັນຂະຫຍາຍບັນດາຂໍ້ຕົກລົງ, ໂຄງການຮ່ວມມືທີ່ແທດຈິງລະຫວ່າງສອງປະເທດ; ຮັບຮູ້ ແລະ ໜູນຊ່ວຍແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບນະໂຍບາຍ, ກົດໝາຍຢ່າງທັນການ; ຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງ, ເສດຖະກິດ ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ປະກອບສ່ວນນຳການພົວພັນ ຫວຽດນາມ - ຈີນຫຍັບເຂົ້າໃກ້ກັບປະຊາຊົນກວ່າ
ໃນສະພາບການໂລກພວມມີການຜັນແປຫຼາຍຢ່າງ, ບັນດາປະເທດຢື່ນຢູ່ຕໍ່ໜ້າບັນດາຄວາມຮຽກຮ້ອງຕ້ອງການໃໝ່ກ່ຽວກັບການພັດທະນາ, ຄວາມໝັ້ນຄົງ ແລະ ການຮ່ວມມື, ການຮັກສາການໂອ້ລົມສົນທະນາ, ເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຍິ່ງມີຄວາມໝາຍ; ໃນນັ້ນ, ຊ່ອງແທງແລກປ່ຽນເປັນປະຈຳລະຫວ່າງສອງອົງການນິຕິບັນຍັດ ຫວຽດນາມ - ຈີນ ສວມບົດບາດສຳຄັນ. ຈາກບັນດາການແລກປ່ຽນກ່ຽວກັບກົດໝາຍ, ນະໂຍບາຍ ແລະ ບົດຮຽນປະສົບການໃນການຄຸ້ມຄອງ; ຈາກການປະສານສົມທົບຢູ່ບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ສາກົນ; ຈາກບັນດາການເຄື່ອນໄຫວຂອງກຳມາທິການວິຊາການແລະ ກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ຈີນ, ເຄືອຂ່າຍຮ່ວມມືລະຫວ່າງສອງປະເທດ ພວມນັບມື້ນັບໄດ້ຮັບການເປີດກວ້າງ, ປະກອບສ່ວນສ້າງກຳລັງໜູນໃຫ້ການພົວພັນສອງຝ່າຍ.
ເພາະສະນັ້ນ, ໃນການຢ້ຽມຢາມຈີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2, ຄະນະກຳມະການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນ ທົ່ວປະເທດ ຈີນ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ນຳບັນດາຄວາມຮັບຮູ້ລວມຂອງຂັ້ນສູງ ກາຍເປັນບັນດາໂຄງການຮ່ວມມືລະອຽດ, ບັນດາກອບນິຕິກຳທີ່ເໝາະສົມ ແລະ ບັນດາໝາກຜົນອາດສາມາຮູ້ສຶກໄດ້ໃນຕົວຈິງ. ທ່ານ ສາດສະດາຈານ Mi Liang ໃຫ້ຂໍ້ສັງເກດວ່າ:
ການຢ້ຽມຢາມຄັ້ງນີ້ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມກ່ຽວກັບບັນດາການແລກປ່ຽນເປັນປະຈຳລະຫວ່າງການຳນສອງພັກ, ສອງລັດ; ຜ່ານການໂອ້ລົມສົນທະນາໂດຍກົງຢູ່ຂັ້ນສູງສຸດລະຫວ່າງບັນດາອົງການນິຕິບັນຍັດ; ຫັນປ່ຽນບັນດາຄວາມຮັບຮູ້ລວມຍຸດທະສາດ ທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງພັກ ກາຍເປັນເຈດຕະນາການລວມຢູ່ຂັ້ນນິຕິບັນຍັດ, ບໍ່ພຽງແຕ່ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໃນນັ້ນແຕ່ລະຝ່າຍລ້ວນແຕ່ຖືຝ່າຍອື່ນແມ່ນ ທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດ ຖານບ້ານໃກ້ເຮືອນຄຽງຂອງກັນ.
ສຳລັບ ຫວຽດນາມ, ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄປຢ້ຽມຢາມຈີນ ຢັ້ງຢືນຄືນເລື່ອງ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຖືການພົວພັນກັບ ຈີນ ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ; ປາດຖະໜາຢາກພ້ອມກັບຈີນ ນຳການພົວພັນຄູ່ຮວ່ມມື ຍຸດທສາດຮອບດ້ານ ແລະ ຊຸກຍູ້ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນມີຄວາມໝາຍຍຸດທະສາດ ພັດທະນາຂຶ້ນສູ່ລະດັບສູງກວ່າໃນສັງກາດໃໝ່.








