ຕອນເຊົ້າວັນທີ 12 ຕຸລາ, ຢູ້ ຝູທໍ້, ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 2 (19/10/1946 - 19/10/2026) ແລະ ຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດ ປຊຊ. ທ່ານ ໂຕເລິມ ເລຂາທິການໃຫ່ຍຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ເລຂາຄະນະພັກກອງທັບສູນກາງໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ.
ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ເນັ້ນນັກວ່າ, ຄວາມຮັບຜິດຊອບຂອງກົມກອງ ແມ່ນປົກປັກຮັກສາອະທິປະໄຕໃຫ້ໝັ້ນຄົງໜັກແໜ້ນ, ຮັກສາຄວາມສະຫງົບໃຫ້ແກ່ ປຊຊ, ປະກອບສ່ວນເພື່ອໃຫ້ເຂດໄຕບັກພັດທະນາ, ປະກອບສ່ວນໃຫ້ແກ່ຄວາມເຕີຍໃຫ່ຍເຂັ້ມແຂງໃນແຕ່ລະວັນຂອງປະເທດຊາດ. ທ່ານ ໄດ້ເວົ້າວ່າ: ຕ້ອງເຮັດວຽກງານຂົນຂວາຍ ປຊຊ ໃຫ້ເປັນຢ່າງດີດ້ວຍຄວາມເຄົາລົບ, ຄວາມຈິງໃຈ ແລະ ວຽກເຮັດທີ່ແທດຈິງ. ພະນັກງານ, ນັກຮົບຕ້ອງເຂົ້າໃຈຮີດຄອງປະເພນີ, ຮູ້ພາສາຂອງ ປຊຊ ບັນດາເຜົ່າ, ຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງ ປຊຊ, ເອົາໃຈໃສ່ເບິ່ງແຍງ ປຊຊ ຢູ່ບັນດາເຂດຍັງປະສົບກັບຄວາມຫຍຸ້ງຍາກ, ປັບປຸງຄວາມສາມັກຄີລະຫວ່າງບັນດາຊົນເຜົ່າ. ທ່ານເນັ້ນໜັກວ່າ: ຕ້ອງເປັນເຈົ້າການໄປຫາ ປຊຊ, ຮູ້ ປຊຊ ຕ້ອງການຫຍັງເພື່ອຊ່ວຍໃຫ້ຖືກວຽກ. ກຳແໜ້ນບໍລິເວນທີ່ມີໄພຖືກນ້ຳໄຫຼຊູ, ດິນເຊາະເຈື່ອນ, ເຂດຖືກແຍ່ງແຍກ; ສົມທົບກັນກະກຽມກຳລັງ, ພາຫະນະ, ວິທີຍົກຍ້າຍ ປຊຊ, ການກູ້ໄພກູ້ຊີບ….




