ແຕ່ວັນທີ 27 ກັນຍາ, ບັນດາຂໍ້ກຳນົດໃໝ່ຂອງ ສະຫະພາບເອີລົບ (EU) ເພື່ອແນໃສ່ເພີ່ມທະວີການປົກປ້ອງຜູ້ບໍລິໂພກ ໃນວິວັດການຫັນເປັນສີຂຽວໄດ້ນຳໃຊ້ຢ່າງເປັນທາງການຢູ່ ບັນດາປະເທດສະມາຊິກ. ຕາມນັ້ນແລ້ວ, ບັນດາວິສາຫະກິດ ຕ້ອງຮັບປະກັນຄວາມຮຽກຮ້ອງສະໜອງຂໍ້ມູນຢ່າງຈະແຈ້ງ, ລະອຽດ ແລະ ມີພື້ນຖານພິສູດສຳລັບບັນດາຄຳປະກາດກ່ຽວກັບສິ່ງແວດລ້ອມ, ໝາຍຄວາມວ່າການຢັ້ງຢືນກ່ຽວກັບລະດັບສີຂຽວ, ຍືນຍົງ ຫຼືເປັນມິດກັບສິ່ງແວດລ້ອມຂອງຜະລິດຕະພັນ. EU ກໍ່ເພີ່ມທະວີການຄວບຄຸມການນຳໃຊ້ເຄື່ອງໝາຍ, ໂລໂກ ແລະ ໃບຢັ້ງຢືນກ່ຽວກັບລັກສະນະຍືນຍົງ. ບັນດາຂໍ້ກຳນົດໃໝ່ມີຄວາມໝາຍພິເສດສຳລັບສິນຄ້ານຳເຂົ້າ EU , ເປັນຕົ້ນແມ່ນຂະແໜງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ອາຫານ, ກາເຟ, ເຄື່ອງເອເລັກໂຕນິກ, ເຄື່ອງໃຊ້ປະຈຳວັນ, ເຄື່ອງຫຸ້ນຫ່, ເຄື່ອງເຟີນີເຈີ ແລະ ຜະລິດຕະພັນໃຊ້ສອຍ.
ຕາມຫ້ອງການການຄ້າ ຫວຽດນາມ ຢູ່ເຢຍລະມັນແລ້ວ, ເພື່ອເປັນເຈົ້າການຮັບມືກັບບັນດາຂໍ້ກຳນົດໃໝ່ຂອງ EU, ບັນດາວິສາຫະກິດສົ່ງອອກ ຫວຽດນາມ ຕ້ອງກວດກາບັນດາຄຳປະກາດທີ່ກ່ຽວຂ້ອງເຖິງສິ່ງແວດລ້ອມໃນເຄື່ອງຫຸ້ນຫໍ, ເຄື່ອງໝາຍການຄ້າ, ເວັບໄຊ, catalogue, ການໂຄສະນາ ແລະ ບັນດາແພລດຟອມ ການຄ້າເອເລັກໂຕນິກ; ພ້ອມທັງກຳນົດແຈ້ງຮາກຖານແລະ ເອກະສານພິເສດໃຫ້ແຕ່ລະຄຳປະກາດ.






