ເຮືອບິນ ເຮຣີີກອບເຕີ Mi – 8 ຂອງກອງທັບລັດເຊຍ (ພາບ: TASS/TTXVN)

ຕາມກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ເຮືອບິນ ເຮຣີີກອບເຕີ Mi – 8 ຂອງກອງທັບປະເທດນີ້ ປະສົບອຸບັດຕິເຫດຕົກ ໃນຂະນະທີ່ພວມບິນຝຶກຊ້ອມຢູ່ເຂດຊານນະຄອນຫຼວງ ມົດສະກູ ໃນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຊິ່ງໄດ້ເຮັດໃຫ້ຈຸບິນທັງໝົດເສຍຊີວິດ.

ແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ຊີ້ແຈ້ງວ່າ: “ຍ້ອນເຮືອບິນລໍາດັ່ງກ່າວໄດ້ລົງຈອດສຸກເສີນ, ສະນັ້ນ ຈຶ່ງເຮັດໃຫ້ຈຸບິນເຈັບໜັກ ແລະ ເສຍຊີວິດທັງໝົດ”.

ສື່ມວນຊົນ ລັດເຊຍ ກໍໄດ້ຄັດສະເໜີແຫຼ່ງຂ່າວຈາກບັນດາອົງການຮັບມືກັບໄພພິບັດສຸກເສີນ ໂດຍໃຫ້ຮູ້ວ່າ ມີ 3 ຄົນເສຍຊີວິດ.