VOV WorldVOV World
ຝ​ລັ່ງ, ອັງ​ກິດ ແລະ ຢູ​ແກຼນ ລົງ​ນາມ​ໃນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ນາ​ນາ​ຊາດ​ພາຍຫຼັງ​ຢຸດ​ຍິງ
07/01/2026 08:39
(VOVWORLD) - ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ.
ຝ​ລັ່ງ, ອັງ​ກິດ ແລະ ຢູ​ແກຼນ ລົງ​ນາມ​ໃນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ນາ​ນາ​ຊາດ​ພາຍຫຼັງ​ຢຸດ​ຍິງ
ໃນວາລະປະຊຸມຂອງບັນດາສຳພັນທະມິດ ຢູແກຼນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ປາຣີ, ໃນວັນທີ 06 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມໃນຖະແຫຼງການກ່ຽວກັບແນວຄິດຢາກສ້າງຕັ້ງກຳລັງທະຫານນານາຊາດ ແນໃສ່ຕິດຕາມກວດກາ ແລະ ຮັບປະກັນຄວາມໝັ້ນຄົງຢູ່ Kiev ພາຍຫຼັງຄຳສັ່ງຢຸດຍິງໄດ້ຮັບການສ້າງຕັ້ງຂຶ້ນ. ນີ້ແມ່ນບາດກ້າວກະກຽມທີ່ສຳຄັນ ມຸ່ງໄປເຖິງເປົ້າໝາຍຮັກສາສັນຕິພາບໃນອະນາຄົດຢູ່ພາກພື້ນນີ້.         ລະອຽດ, ບັນດາການນຳໃຫ້ຮູ້ວ່າ ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ກຳລັງນານາຊາດທີ່ໄດ້ສ້າງຕັ້ງຂຶ້ນ ບໍ່ໄດ້ເຂົ້າຮ່ວມບັນດາການປະທະກັນໂດຍກົງໃນປັດຈຸບັນ. ແທນທີ່ນັ້ນ, ບົດບາດຕົ້ນຕໍຂອງເຂົາເຈົ້າແມ່ນຮັບປະກັນບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນອະນາຄົດໄດ້ຮັບຄວາມເຄົາລົບ ແລະ ສ້າງເງື່ອນໄຂເປັນປົກກະຕິເພື່ອສ້າງສາປະເທດຄືນໃໝ່.
TAG
VOV/VOVworld/ນະ​ຄອນຫຼວງ ປາ​ຣີ/ສ້າງ​ຕັ້ງ​ກຳ​ລັງ​ທະ​ຫານ​ນາ​ນາ​ຊາດ/ຝ​ລັ່ງ/ອັງ​ກິດ ແລະ ຢູ​ແກຼນ