ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ໂດຍ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຕື້ອງ​ເຖິງ​ໃນ​ບົດ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 3, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງກອມ​ມູ​ນິດ ຫວຽດ​ນາມ ຊ​ຸດ​ທີ XIV ຈັດ​ຂຶ້ນ​ໃນ ຕອນ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ແມ່ນ​ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ອີງ​ຕາມ​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ມະ​ນຸດ. ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ໃນ​ນັ້ນ​ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນຫຼັກ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຖື​ນີ້​ແມ່ນ ເຂັມ​ຊີ້​ທິດ​ເພື່ອ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ໃນ​ໄລ​ຍະ 2026 – 2030. ເຂດ​ເສດ​ຖະ​ກິ​ດມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (FDI) ປະ​ກອບ​ສ່ວນກວ່າ 85%ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ, ສຸມ​ໃສ່​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປະ​ເພດ​ປຸງ​ແຕ່ງ ແລະ ເຕັກ​ໂນ​ໂລ​ຢີ​ສູງ​ແຕ່​ລະ​ບົບ​ສະ​ໜອງ​ຍັງ​ມີ​ຈຳ​ກັດເປັນ​ຕົ້ນ. ທ່ານ ປ.ອ ເລ​ຢຸຍ​ບິ່ງ ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ, ຜູ້​ອຳ​ນວຍ​ການ Economica ຫວຽດ​ນາມ ຖື​ວ່າ:

ພວກ​ເຮົາ​ສ່ວນຫຼາຍ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຍັງ​ມີ​ຈຳ​ກັດ. ມະ​ຕິ​ຂອງ​ພັກ​ກ່ຽວ​ກັບ​ເລື່ອງ​ປ່ຽນ​ແປງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ໄດ້​ແກ້​ໄຂ​ຖືກ​ຕ້ອງ​ບັນ​ດາ​ຂໍ້​ຈຳ​ກັດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ພວກ​ເຮົາ​ໃນ​ປັດ​ຈຸ​ບັນ ແລະ ປຸກ​ລຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ກໍ່​ຄື​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ມາດ​ຕະ​ການ​ຊ່ວຍ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ຂໍ້​ກຸນ​ແຈ​ຢ່າງ​ແທ້​ຈິງ​ເພື່ອ​ຍູ້​ແຮງ​ການ​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີ​ຢ່າງ​ແຮງກວ່າ​ອີກ, ເຜີຍ​ແຜ່​ເຕັກ​ໂນ​ໂລ​ຢີ ແລະ ມຸ່ງ​ໄປ​ເຖິງ​ປະ​ດິດ​ຄິດ​ສ້າງ​ເຕັກ​ໂນ​ໂລ​ຢີ.