ບັນດາຂໍ້ສະເໜີນີ້ໄດ້ຍົກອອກມາໃນຂອບເຂດກອງປະຊຸມຄັ້ງທີ 48 ຄະນະກຳມະການມໍລະດົກໂລກ ຂຶ້ນກັບ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ທີ່ດຳເນີນແຕ່ວັນທີ 19 – 29 ກໍລະກົດ, ຢູ່ນະຄອນ Busan (ສ.ເກົາຫຼີ). ກ່າວຄຳຫັນທີ່ວາລະປະຊຸມຄົບຄະນະທີ່ໄດ້ດຳເນີນໃນວັນທີ 20 ກໍລະກົດ, ທ່ານ ໂງເລວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ສະເໜີສາມບຸລິມະສິດ, ສຸມໃສ່ການເພີ່ມທະວີການຮ່ວມມືສາກົນ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາປະເທດສະມາຊິກ, ພິເສດແມ່ນບັນດາປະເທດພວມພັດທະນາ, ຊຸກຍູ້ວຽກງານອະນຸລັກຮັກສາບົນພື້ນຖານວິທະຍາສາດ, ຄວາມກົມກຽວລະຫວ່າງການອະນຸລັກ ແລະ ການພັດທະນາກັບຊຸມຊົນທ້ອງຖິ່ນ ແມ່ນໃຈກາງ; ເພີ່ມທະວີການປະສານສົມທົບລະຫວ່າງບັນດາສົນທິສັນຍາ ແລະ ໂຄງການທີ່ກ່ຽວຂ້ອງ, ພ້ອມທັງໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ປັນຍາປະດິດໃນການອະນຸລັກຮັກສາມໍລະດົກຢ່າງມີປະສິດທິຜົນ. ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມໄດ້ປະກາດ ຫວຽດນາມ ຈະເປັນເຈົ້າພາບຈັດການໂອ້ລົມສົນທະນາ ອາຊີ - ປາຊີຟິກ ກ່ຽວກັບມໍລະດົກ ແລະ ຄວາມຖືກຕ້ອງຊັດເຈນຢູ່ ຫວຽດນາມ ແຕ່ວັນທີ 27 – 30 ກັນຍາ ຈະມາເຖິງ.





