ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບປະກັນສຸຂະພາບ
11/09/2013 09:43
(vovworld)- ຕອນເຊົ້າວັນທີ 11/9, ສືບຕໍ່ກອງປະຊຸມຄັ້ງທີ 21, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່...

ທ່ານນາງ ຕອງທິຟອງ ຮອງປະທານສະພາແຫ່ງຊາດ ພາບ: internet (vovworld)- ຕອນເຊົ້າວັນທີ 11/9, ສືບຕໍ່ກອງປະຊຸມຄັ້ງທີ 21, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບປະກັນສຸຂະພາບໄລຍະ 2009- 2012. ປຶກສາຫາລືທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດຖືວ່າ: ບົດລາຍງານຂອງຄະນະຕິດຕາມກວດກາໄດ້ຕີລາຄາຢ່າງເລິກເຊິ່ງ, ຮອບດ້ານໝາກຜົນທີ່ບັນລຸໄດ້ກໍຄືຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ເກີດຂຶ້ນໃນການປະຕິບັດນະໂຍບາຍປະກັນສຸຂະພາບ. ພາຍຫລັງ 3 ປີແຫ່ງການປະຕິບັດ, ມາຮອດປີ 2012, ມີເກືອບ 8 ລ້ານຄົນເຂົ້າຮ່ວມປະກັນສຸຂະພາບ, ຍົກຈຳນວນຜູ້ເຂົ້າຮ່ວມປະກັນສຸຂະພາບຂຶ້ນເຖິງ 59 ລ້ານຄົນ, ກວມເກືອບ 70% ພົນລະເມືອງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ: ຄວນຍົກສູງຄວາມຮັບຜິດຊອບຂອງທົ່ວສັງຄົມເພື່ອນຳປະກັນສຸຂະພາບເຖິງປະຊາຊົນທຸກຄົນ.
TAG
ປະກັນສຸຂະພາບ
Related




