VOV WorldVOV World
ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະທານສະພາສຳຫຼວດກວດກາ NPT ຄັ້ງທີ 11
27/04/2026 06:56
[VOVWORLD] - ກອງປະຊຸມຄັ້ງທີ 11 ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ ໃນສະພາບຄວາມໝັ້ນຄົງທົ່ວໂລກສືບຕໍ່ມີການຜັນແປຢ່າງສັບສົນ.
ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະທານສະພາສຳຫຼວດກວດກາ NPT ຄັ້ງທີ 11
Đại sứ Đỗ Hùng Việt hội kiến Tổng thư ký Liên hợp quốc António Guterres. Ảnh: Thanh Tuấn/TTXVN ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ະ​ຫະ​ປະ​ຊາ​ຊາດ António Guterres. (ພາບTTXVN) ກ່ອ​ນ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 11 ສັນ​ຍາບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ (NPT), ໃນ​ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ ນິ​ວຢອກ, ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ, ​ຫົວ​ໜ້າ​ຜູ້ປະຈຳການຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ, ປະ​ທານ ໂດຍໄດ້​ຮັບ​ການບົ່ງ​ຕົວ​ຂອງກອງ​ປະ​ຊຸມ, ມີ​ການ​ພົບ​ປະ​, ແລກ​ປ່ຽນ​ກັບ​ຊື່ມວນ​ຊົນສາ​ກົນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ ເນັ້​ນ​ໜັກ​ວ່າ ກອງ​ປ​ະ​ຊຸມ​ຄັ້ງ​ທີ 11 ນີ້​ແມ່ນ​ເຫດ​ການທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ໃນ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ. ຫວຽດ​ນາມ ພ້ອມ​ແລ້ວທີ່ຈະຮັບ​ບົດ​ບາດ​ປະ​ທານ​ສະ​ພາສຳຫຼວດ​ກວດ​ກາ​ NPT ຄັ້ງ​ທີ 11. ໃນ​ຂົງ​ເຂດບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ, ທ່ານ​ຢືນ​ຢັນ​ສິດ​ເຂົ້າເຖິງ​ເຕັກ​ໂນ​ໂລ​ຊີນິວເຄຼຍ​ເພື່ອ​ຈຸດ​ປະ​ສ​ົງ​ສັນ​ຕິ​ພາບ​ຂອງ​ບັນ​ດາ​ປະ​ເທດ ແມ່ນ​ຕ້ອ​ງ​ໄດ້​ຮັບ​ການ​ຮັບ​ປະ​ກັນ, ສອດ​ຄ່ອງ​ກັບ​ບັນ​ດາ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ ແລະ ບໍ່​ເຜີຍ​ແຜ່.
TAG
VOV/VOVWORLD/ສະ​ພາບ/​ໝັ້ນ​ຄົງ​/​ຜັນ​ແປ​

More