VOV WorldVOV World
ທ່ານປະທານາທິບໍດີ ອາເມລິກາ ເວົ້າວ່າ ອີຣານ ສາມາດໂທລະສັບມາຖ້າຫາກຢາກດຳເນີນການເຈລະຈາຢຸດຕິສົງຄາມ
27/04/2026 06:58
[VOVWORLD] - ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ຄວາມຮຽກຮ້ອງຫຼັກແຫຼ່ງ ແມ່ນເລື່ອງງ່າຍທີ່ວ່າ ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍອີກ.
ທ່ານປະທານາທິບໍດີ ອາເມລິກາ ເວົ້າວ່າ ອີຣານ ສາມາດໂທລະສັບມາຖ້າຫາກຢາກດຳເນີນການເຈລະຈາຢຸດຕິສົງຄາມ
ວັນ​ທີ 26 ເມ​ສາ, ກ່າວ​ຄຳ​ເຫັນ​ໃນ​ລາຍ​ການ​ຂອງ Fox News, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຖ້າ​ຫາກວ່າ ອີ​ຣານ ຢາກ​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ, ເຂົາ​ເຈົ້າ​ສາມາດມາ​ພົບ​ປະ​ໂດຍ​ກົງ ຫຼື ໂທ​ລະ​ສັບ​ຫາ ອາ​ເມ​ລິກ​າ. ທ່ານ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ມີ​ບັນ​ດາ​ສາຍ​ຕິດ​ຕໍ່ປະສານທີ່​ປອດ​ໄພ ແລະ ຝ່າຍ ອີ​ຣານ ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ. ຕາມທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ແລ້ວ, ຄວາມ​ຮຽກ​ຮ້ອງ​ຫຼັກແຫຼ່ງ ​ແມ່ນ​ເລື່ອງ​ງ່າຍໆ​ທີ່​ວ່າ ອີ​ຣານ ບໍ່​ໄດ້​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍອີກ. ໃນ​ຂະ​ນະ​ນັ້ນ, ທ່ານ​ Kazem Jalali, ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ປະ​ຈຳ ລັດ​ເຊຍ ຢັ້​ງ​ຢືນ​ວ່າ ທ່ານ Abbas Araghchi, ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອີ​ຣານ ໄດ້​ປະ​ຕິ​ບັດ​ການ​ໄປ​ປະ​ຕິ​ບັດ​ງານ​ເຖິງ ລັດ​ເຊຍ ໃນ​ວັນ​ທີ 27 ເມ​ສາ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ເຈ​ລະ​ຈາ​ລະ​ຫວ່າງ ເຕ​ເຮ​ຣານ ແລະ ວໍ​ຊິງ​ຕັນ ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ.
TAG
VOV/VOVWORLD/​ຕິດ​ຕໍ່/ປະສານ/​ປອດ​ໄພ