VOV WorldVOV World
ມອບລາງວັນກາເຟເອກະລັກພິເສດຂອງ ຫວຽດນາມ 2026: ແຂວງ ເລິມດົ່ງ ຄວ້າໄດ້ໄຊຊະນະໃຫຍ່
27/04/2026 06:51
[VOVWORLD] - ການແຂ່ງຂັນປີນີ້ໂດຍມີການເຂົ້າຮ່ວມຂອງ 81 ຫົວໜ່ວຍມາຈາກ 7 ແຂວງປູກກາເຟໃນທົ່ວປະເທດ.
ມອບລາງວັນກາເຟເອກະລັກພິເສດຂອງ ຫວຽດນາມ 2026: ແຂວງ ເລິມດົ່ງ ຄວ້າໄດ້ໄຊຊະນະໃຫຍ່
Ban tổ chức trao cúp và hoa cho đơn vị đạt top 3 Robusta đặc sản. Ảnh: VOV ທີ່​ພິ​ທີມອບລາງວັນ ຕອນ​ຄ່ຳ​ວັນ​ທີ 26 ເມ​ສາ, ຢູ່​ຕາ​ແສງ ບວນ​ມາ​ທວດ, ແຂວງ ດັກ​ລັກ, ຄະ​ນະ​ຈັດ​ການ​ແຂ່​ງ​ຂັນ ກາ​ເຟ ເອ​ກະ​ລັກພິເສດ​ຂອງ ຫວຽດ​ນາມ 2026 ໄດ້​ຈັດ​ການ​ປະ​ກາດ ແລະ ມອບ​ລາງວັນ ກາ​ເຟ ​ເອ​ກະ​ລັກພິເສດ​ຂອງ ຫວຽດ​ນາມ ໃຫ້​ແກ່​ບັນ​ດາ​ຫົວ​ໜ່ວຍທີ່​ມີ​ຜະ​ລິດ​ຕະ​ພັນ​ບັນ​ລຸ​ຄຸນ​ນະ​ພາບ​ກາ​ເຟ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ ຕາມ​ມາດ​ຕະ​ຖານ​ສາ​ກົນ. ແຂວງ ເລິມ​ດົ່ງ ໄດ້​ຮັບ​ໄຊ​ຊ​ະ​ນະໃຫຍ່​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້. ການ​ແຂ່ງ​ຂັນ​ປີນີ້​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 81 ຫົວ​ໜ່ວຍ​ມາ​ຈາກ 7 ແຂວງປູກ​ກາ​ເຟ​ໃນ​ທົ່ວ​ປະ​ເທດ. ທ່ານ ດວ່ານຕວັນ​ເຍີດ, ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ກາ​ເຟ Ant bee ຈຳ​ກັດ (ແຂວງ ເລິງ​ດົ່ງ), ຫົວ​ໜ່ວຍ​ໄດ້​ຮັບ​ລາງ​ວັນ​ທີ 1 ສຳລັບແບບ​ກາ​ເຟ Robusta, ແບ່ງ​ປັນ​ວ່າ: “ນີ້​ແມ່ນ​ວິ​ວັດ​ການ​ຍາວ​ນານໜຶ່ງ, ນີ້ເປັນ​ປີ​ທີ 7 ທີ່ຫົວ​ໜ່ວຍ​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກາ​ເຟ​ ເອ​ກະ​ລັກພິເສດ​ນີ້. ພິ​ເສດ, ໃນ​ປີນີ້ ດ້ວຍ​ວິ​ທີໝັກ​ກາ​ເຟ​ໃຫ້ຂຶ້ນເຊື້ອ 2 ເທື່ອ, ໄດ້​ສ້າງ​ລົດ​ຊາດ​ກາ​ເຟໃຫ້​ມີ​ຄວາມສົມດຸນ​ກວ່າ, ຮັກ​ສາ​ໂຄງ​ປະ​ກອບ​ຂອງ​ເມັດ​ກາ​ເຟ. ດ້ວຍ​ໝາກ​ຜົນ​ນັ້ນ, ປີນີ້ຫົວ​ໜ່ວຍ​ຄວ້າ​ໄດ້​ລາງວັນ​ທີ 1”. ການ​ແຂ່ງ​ຂັນ​ກາ​ເຟ​ ​ເອ​ກະ​ລັກ​ພິເສດ “VietNam Amazing Cup” ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ​ນັບ​ແຕ່ 8 ປີ​ມານີ້.
TAG
VOV/VOVWORLD/​ປະ​ກາດ/ມອບ​ລາງວັນ/ກາ​ເຟ/​ເອ​ກະ​ລັກພິເສດ​

More