ຢູ່ພາກພື້ນ ອາຊີ, ສ ເກົາຫຼີ ພວມເກີດມີສະພາບອາກາດ ຮ້ອນເອົ້າແກ່ຍາວເປັນເວລາຫຼາຍມື້. ສະເພາະໃນວັນທີ 9 ສິງຫາ, ມີ 203 ກໍລະນີເປັນພະຍາດກ່ຽວຂ້ອງເຖິງສະພາບອາກາດຮ້ອນເອົ້າ. ອຸນຫະພູມຢູ່ບາງເຂດໄດ້​ຮັບ​ການ​ກ່າວ​ເຕືອນອາດຈະຂຶ້ນເຖິງເກືອບ 35 ອົງສາເຊ (35°C).

ສະພາບອາກາດຮ້ອນເອົ້າກໍ່ເກີດຂຶ້ນຢູ່ ຮົ່ງກົງ (ປະເທດ ຈີນ), ເມື່ອລະດັບອຸນຫະພູມໃນວັນທີ 9 ສິງຫາ ໄດ້ຮັບຮູ້ໃນລະດັບ 36,9 ອົງສາເຊ, ລະດັບສູງສຸດນັບແຕ່ປີ 1884. ຄາດວ່າ ສະພາບການດັ່ງກ່າວຈະແກ່ຍາວຮອດວັນທີ 12 ສິງຫາ.

ໃນຂະນະນັ້ນ, ຢູ່ ຟີລິບປິນ ກໍ່ພວມຕ້ອງຮັບມືກັບສະພາບອາກາດ ຮຸນແຮງເມື່ອລົມມໍລະສຸມຕາເວັນຕົກສ່ຽງໃຕ້ເພີ່ມຂຶ້ນ ສົມທົບກັບພາຍຸລູກໝູນເຂດຮ້ອນ ໄດ້ສົ່ງຜົນກະທົບເຖິງ ກວ່າ 380.000 ຄົນ. ຕາມການສະຖິຕິແລ້ວ, ຢ່າງໜ້ອຍສຸດມີ 6 ຄົນເສຍຊີວິດ ແລະ ອີກ 7 ຄົນຖືກບາດເຈັບ.

ຢູ່ແຂວງ ເຈື້ອຈຽງ, ທາງທິດຕາເວັນອອກຂອງປະເທດ ຈີນ, ພະຍຸ Dolphin ພັດເຂົ້າໃນວັນທີ 9 ສິງຫາ ເຮັດໃຫ້ນັບແສນຄົນຕ້ອງອົບພະຍົບ ແລະ ກວ່າ 1.700 ຖ້ຽວບິນຕ້ອງຍົກເລີກ.

ຢູ່ທະວີບ ອາເມລິກາ, ແຂວງ British Columbia ທາງທິດ ຕາເວັນຕົກ ການາດາ ຕ້ອງປະກາດສະພາບການສຸກເສີນຍ້ອນເຫດໄຟໄໝ້ປ່າໃນວັນທີ 8 ສິງຫາ ພວມລຸກລາມຢ່າງວ່ອງໄວ, ເຮັດໃຫ້ປະຊາຊົນກວ່າ 20.000 ຄົນຕ້ອງອົບພະຍົບໃນຕອນກາງຄືນ.

ຢູ່ ອາເມລິກາ, ປະຊາຊົນນັບລ້ານຄົນຢູ່ທາງທິດຕາເວັນອອກ ສ່ຽງໃຕ້ຂອງປະເທດນີ້ ໄດ້ຮັບການກ່າວເຕືອນກ່ຽວກັບສະພາບ ຝົນຕົກໜັກ ແລະ ນຳ້ແກ່ງນຳ້ຊຸ.

ນັກຂ່າວ VOV ປະຈຳ ອາເມລິກາ, ສ. ເຊັກໂກ, ສປ ຈີນ