ແຕ່ວັນທີ 13 – 15 ກໍລະກົດ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ວາລະປຶກສາຫາລືຂັ້ນສູງຂອງເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ (HLPF) ປີ 2026 ໄດ້ດຳເນີນດ້ວຍຫົວຂໍ້ ຊຸກຍູ້ບັນດາການກະທຳທີ່ມີລັກສະນະຫັນປ່ຽນ, ຍຸຕິທຳ, ມີການປ່ຽນແປງໃໝ່ຢ່າງປະດິດຄິດສ້າງ ແລະ ປະສານສົມທົບເພື່ອແນໃສ່ປະຕິບັດໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ມຸ່ງໄປເຖິງອະນາຄົດແບບຍືນຍົງໃຫ້ແກ່ໝົດທຸກຄົນ.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານອັກຄະລັດຖະທູດ ຫງວຽນຫ໋າຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ຍັງມີເວລາພຽງແຕ່ 4 ປີເພື່ອປະຕິບັດສຳເລັດໂຄງການດຳເນີນງານ 2030, ຮຽກຮ້ອງປະຊາຄົມສາກົນ ຕ້ອງມີການກະທຳຢ່າງຂ້ຽວຂາດກວ່າເພື່ອແນໃສ່ຊຸກຍູ້ຄວາມຄືບໜ້າໃນການປະຕິບັດບັນດາ SDGs, ຜ່ານນັ້ນ ກໍ່ຮຽກຮ້ອງຕ້ອງເພີ່ມທະວີການຖ່າຍທອດເຕັກໂນໂລຢີ, ຮັດແຄບໄລຍະຫ່າງດ້ານດີຈີຕອນ, ຍົກສູງຄວາມສາມາດ ແລະ ຮັບປະກັນແຫຼ່ງການເງິນແບບຍືນຍົງ ໃຫ້ແກ່ບັນດາປະເທດພວມພັດທະນາ, ໃນນັ້ນມີບັນດາປະເທດມີລາຍຮັບປານກາງ.




